ອີກແລ້ວ! ແມ່ໃຈດຳ ເອົາລູກນ້ອຍເກີດໃໝ່ຖິ້ມໄວ້ແຄມທາງ
ໃນວັນທີ 18/01/2023 ເວລາ 21:00 PM ໜ່ວຍກູ້ໄພໄດ້ຮັບແຈ້ງເຫດວ່າ ມີເດັກນ້ອຍຖືກຖີ້ມ (ເດັກນ້ອຍແລກເກີດ) ທີ່ບ້ານ ດອນແກ້ວ ເມືອງໄຊ ແຂວງອຸດົມໄຊ.

ເມື່ອໄປຮອດສະຖານທີ່ເກີດເຫດ ພົບເຫັນເດັກນ້ອຍ 1 ຄົນ ເປັນເພດຊາຍ ແຂງແຮງດີ (ບໍ່ມີເອກະສານຂໍ້ມູນບົ່ງບອກຕົວຕົນ). ປັດຈຸບັນໄດ້ມີຜູ້ອຸປະຖຳຮັບເດັກນ້ອຍໄປລ້ຽງແລ້ວ.
ແຫຼ່ງຂ່າວຈາກ ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊ