ເວົ້າຫຍັງບໍ່ອອກ! ໄດ້ແຕ່ຢາດນ້ຳໄປໃຫ້ ເຈົ້າບ່າວໜີໄປແຕ່ງງານກັບຄົນອື່ນ

ສຸດຊ໋ອກ! ໃນມື້ແຕ່ງງານຕົວເອງ ເຈົ້າບ່າວໜີໄປແຕ່ງກັບຄົນອື່ນ ເຈົ້າສາວຢາດນ້ຳອະໂຫສິກຳໃຫ້

ຈາກກໍລະນີ ນາງ ແບມ (ນາມສົມມຸດ) ພົນລະເມືອງ ອາຍຸ 30 ປີ ແຂວງກາລະສິນ ໄດ້ຮ້ອງຮຽນຜ່ານ ທີມຂ່າວ Amarin TV ພາຍຫຼັງຖືກ “ທ້າວ ໂກ” ອາຍຸ 28 ປີ ຕົວະຕົ້ມ ຂໍແຕ່ງດອງ ພາຍຫຼັງຄົບຫາໄດ້ປະມານ 5 ເດືອນ,

ໂດຍອ້າງວ່າຈະຫາເງິນຄ່າດອງ 1 ລ້ານບາດ ແລະ ທອງ 5 ບາດ ມາຂໍແຕ່ງ ເຊິ່ງນາງກໍເຊື່ອ. ແຕ່ເມື່ອຮອດມື້ແຕ່ງງານ, ທ້າວໂກຍັງບໍ່ສາມາດຕິດຕໍ່ໄດ້ ແລະ ໄດ້ຮູ້ວ່າໃນຕໍ່ມາວ່າທ້າວ ໂກ້ ໄດ້ມີສາວອື່ນ ແລະ ກໍາລັງຈະແຕ່ງງານກັບສາວຄົນໃໝ່ໃນວັນທີ 19 ມັງກອນ 2023 ນີ້.

ສາວແບັມກໍ່ບໍ່ເອົາເລື່ອງເອົາຄວາມພ້ອມຢາດນ້ຳອະໂຫສິກຳໃຫ້ອີກດ້ວຍ

Leave a Reply

Your email address will not be published. Required fields are marked *

You cannot copy content of this page