ນາຍົກໄທ ບອກໃຫ້ປະຊາຊົນຊ່ວຍກັນປະຢັດ ເພາະນ້ຳມັນບໍ່ພໍໃຊ້
ໃນວັນທີ 17ພຶດສະພາ ທ່ານ ປາຢຸດ ຈັນໂອຊາ ນາຍົກລັດທະມົນຕີ ໄດ້ໃຫ້ສໍາພາດຫຼັງປະຊຸມ ພິຈາລະນາເຖິງຄວາມເດືອດຮ້ອນດ້ານພະລັງງານ ໄດ້ພິຈາລະນາຂະຫຍາຍມາດຕະການຫຼຸດຜ່ອນພາສີອາກອນ ນໍ້າມັນກາຊວນ ແລະ ນໍ້າມັນອື່ນໆທີ່ຄ້າຍຄືກັນ.
ທ່ານ ປາຢຸດ ໄດ້ກ່າວວ່າ ກອງທຶນນໍ້າມັນພວກເຮົາຕ້ອງການເງີນກູ້ ເນື່ອງຈາກວ່າຖຶກຕິດລົບຢູ່ແລ້ວ ເງີນທີ່ໃຊ້ໄປທັງໝົດ ປະມານ 70.000ລ້ານບາດ ເຊີ່ງເປັນຄວາມຈໍາເປັນທີ່ຈະຕ້ອງດູແລປະຊາຊົນ ແລະ ຂະແໜງການຜະລິດເພື່ອບັນເທົາຄວາມທຸກຍາກໃຫ້ໄດ້ຫຼາຍທີ່ສຸດ
ບໍ່ໃຫ້ລາຄາຂາຍຍ່ອຍຂອງນໍ້າມັນກາຊວນເພີ່ມຂື້ນຕາມລາຄານໍ້າມັນດິບຂອງໂລກ ແລະ ສີ່ງທີ່ສໍາຄັນທ່ີ່ສຸດຄືທຸກຄົນຕ້ອງເຮັດແນວໃດເພື່ອຊ່ວຍກັນປະຢັດພະລັງງານ ແລະ ຍັງຊ່ວຍໃຫ້ປະຢັດຄ່າໃຊ້ຈ່າຍລົງທີ່ສາມາດຊ່ວຍກັນແລະກັນໄດ້