ສູງເກີນມາດຕະຖານ! ຝຸ່ນຂະໜາດນ້ອຍຢູ່ຮ້ານປິ້ງຊີ້ນຕາມແຄມທາງ

ສູງເກີນມາດຕະຖານ! ຝຸ່ນຂະໜາດນ້ອຍຢູ່ຮ້ານປິ້ງຊີ້ນຕາມແຄມທາງ

ກ່ອນໜ້ານີ້ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຂອງ ສປປ ລາວ ໄດ້ເຜີຍແຜ່ຜົນງານການຄົ້ນຄວ້າ ກ່ຽວກັບ ຜົນກະທົບຂອງ ມົນລະພິດທາງອາກາດ ຕໍ່ຜູ້ປະກອບການປິ້ງຊີ້ນ ຕາມແຄມທາງ ຢູ່ນະຄອນຫຼວງວຽງຈັນ ເພື່ອປະເມີນຄວາມສ່ຽງ ທາງສຸຂະພາບ ຈາກການດັງຖ່ານ

ເພື່ອປິ້ງຊີ້ນ ຊຶ່ງກໍ່ໃຫ້ເກີດ ສານທີ່ເປັນພິດ ທາງອາກາດ ແລະ ມີຜົນກະທົບທາງລົບຕໍ່ສຸຂະພາບ. ປະຈຸບັນ ຜົນການຄົ້ນຄວ່າດັ່ງກ່າວ ໄດ້ຮັບການຕີພິມ ໃນວາລະສານ SEI Stockholm Environment Institute ແລ້ວ ໃນຕົ້ນເດືອນມັງກອນ 2023.

ຮອງສາດສະດາຈານ ປອ Akao Lyvongsa ໄດ້ຊີ້ໃຫ້ຮູ້ວ່າ
ການເຜົາໄໝ້ ຊີວະມວນ ກໍ່ໃຫ້ເກີດ ສານທີ່ເປັນພິດທາງອາກາດ ໃນຮູບແບບ ທີ່ເປັນຂອງແຂງ ແລະ ອາຍແກສ ທີ່ຢູ່ໃນຮູບແບບທີ່ເປັນພິດຕໍ່ຮ່າງກາຍ (Carcinogen). ສະເພາະ ຢູ່ ສປປ ລາວ ສາເຫດການເສຍຊີວິດ ກ່ອນໄວອັນຄວນ ເນື່ອງຈາກການໄດ້ຮັບມົນລະພິດທາງອາກາດ ແມ່ນຍັງມີອັດຕາສູງ ທຽບໃສ່ຫຼາຍໆປະເທດ.

ສະຖິຕິໃນປີ 2019 ໂດຍອ້າງອິງຈາກ Global Disease ຊີ້ໃຫ້ຮູ້ວ່າ ສາເຫດການເສຍຊີວິດກ່ອນໄວອັນຄວນ ທີ່ຕິດພັນກັບ ມົນລະພິດທາງອາກາດຢູ່ລາວ ມີສູງເຖິງ 8.043 ກໍລະນີ.

ສະເພາະການປ່ອຍ ມົນລະພິດຂະໜາດນ້ອຍ ຫຼື PM 2.5 ໃນປີ 2019 ມີເຖິງ 37.1 ແລະ 3.72 ພັນໂຕນ ຢູ່ ສປປ ລາວ ແລະ ຢູ່ນະຄອນຫຼວງວຽງຈັນ, ຕາມລໍາດັບ. ເນື່ອງຈາກ ປະຊາຊົນລາວ ຢູ່ຫຼາຍພື້ນທີ່ ໄດ້ມີການເຄື່ອນຍ້າຍ ເຂົ້າມາຢູ່ອາໄສ ຢູ່ຕາມຕົວເມືອງໃຫຍ່ ຮ້ານປິ້ງຊີ້ນຢູ່ຕາມແຄມທາງ ໄດ້ກາຍເປັນຮ້ານ ທີ່ໄດ້ຮັບຄວາມນິຍົມ ແລະ ສາມາດສ້າງເສດຖະກິດ ໃຫ້ຫຼາຍຄອບຄົວ.

ຈາກການລົງເກັບກໍາຂໍ້ມູນ ຢູ່ຕາມຮ້ານປີ້ງຊີ້ນ ໃນນະຄອນຫຼວງວຽງຈັນ ຊີ້ໃຫ້ຮູ້ວ່າ ປະລິມານ ຝຸ່ນລະອອງຂະໜາດນ້ອຍ ຫຼື PM 2.5 ທີ່ອອກມາຈາກຮ້ານປີ້ງຊີ້ນ ແມ່ນມີຄ່າສະເລ່ຍ ຢູ່ທີ່ 80 ໄມໂຄຣກຣັມ/ມ3 ແລະ ຄ່າສູງສຸດ ມີເຖິງ 255 ໄມໂຄຣກຣັມ/ມ3 ຊຶ່ງເກີນຄ່າມາແຕະຖານສິ່ງແວດລ້ອມ ຂອງ ສປປ ລາວ ທີ່ 50 ໄມໂຄຣກຣັມ/ມ3.

ການສຶກສາ ຍັງພົບວ່າ ເພດຍິງ ປະກອບສ່ວນ ເຂົ້າໃນການປິ້ງຊີ້ນ ໂດຍໃຊ້ຖ່ານ ປະມານ 6-7 ມື້ຕໍ່ອາທິດ (ໂດຍ ກວມເອົາ 90.7% ທຽບໃສ່ເພດຊາຍ ທີ່ກວມເອົາ 81.7%).

ການສຶກສາ ໄດ້ແນະນໍາ ໃຫ້ແມ່ຍິງໄດ້ມີຊົ່ວໂມງພັກຜ່ອນ ຫຼາຍຊົ່ວໂມງ ແລະ ຫຼາຍມື້ຂຶ້ນຕື່ມ ຈາກການເຮັດວຽກແບບເຊິ່ງໜ້າ ກັບເຕົາປິ້ງ ແລະ ຄວນມີການແບ່ງກະ ຢ່າງໜ້ອຍ 2 ຊົ່ວໂມງ ເພື່ອໃຫ້ແມ່ຍິງໄດ້ພັກຜ່ອນ ແລະ ຄວນສວມໃສ່ ອຸປະກອນປ້ອງກັນຄວັນຕື່ມ ໃນເວລາເຮັດວຽກ. ພ້ອມນັ້ນ ຕ້ອງມີການບັງຄັບໃຊ້ກົດໝາຍ ເພື່ອຄວາມປອດໄພທາງສັງຄົມ ຕື່ມອີກ.

ທ່ານສາມາດ ອ່ານການສຶກສາຄົ້ນຄວ້ານີ້ໄດ້ ເພີ່ມຕື່ມ ຢູ່ລິ້ງກ້ອງຄອມເມັ້ນ.

ທີ່ມາ: Lao youth

Leave a Reply

Your email address will not be published. Required fields are marked *

You cannot copy content of this page