ແຊຣ໌ໄປໃຫ້ລູກຫຼານໄດ້ສືບທອດຮີດຄອງ

ແຊຣ໌ໄປໃຫ້ລູກຫຼານໄດ້ສືບທອດຮີດຄອງ ຄຳໄຫວ້ແລະວິທີແຕ່ງພາບູຊາຮັບໂຊກມື້ອອກໃໝ່ 3ຄ່ຳ ເດືອນ3ລາວ

ຄໍາໄຫວ້ ແລະວິທີແຕ່ງພາບູຊາຮັບໂຊກ ມື້ອອກໃໝ່ 3ຄໍ່າ ເດືອນ3. (ຂໍອະນຸຍາດຂຽນພໍເປັນແນວທາງ ເຫັນຖາມເຂົ້າມາຫຼາຍ) ໄຕ້ທູບ ທຽນຂຶ້ນ ຈັບພາບູຊາແລ້ວກ່າວ:

ສາທຸ ສາທຸ ມື້ນີ້ເປັນວັນດີ ວັນດີຖີ ມົງຄຸນເລີກ, ວັນເບີກຟ້າ ມະຫາໄຊ,ວັນເລົ້າເຂົ້າໃຫຍ່ ເປີດກວ້າງ, ວັນໄຂປ່ອງເຂົ້າ ເອົາຊັບ,ວັນຈັບເງິນຄໍາແກ້ວ,ວັນແປວປ່ອງ ເງິນທອງໄຫຼ,ວັນອັດໄພ ໄຫຼລ່ວງ, ວັນໂຊກໃຫຍ່ ເຂົ້າເຮືອນ,ລູກຫຼານຂໍຮັບໂຊກ, ຕົກແຕ່ງໂຕກ ພາຫວານ,ແຕ່ງພາພານ ແລະ ຂັນຫ້າ,ແຕ່ງດາພ້ອມ ເຂົ້າເປືອກເຂົ້າສານພາຫວານຄາວ ມີທຸກສິ່ງ ຂໍນ້ອມຍິ່ງບູຊາ..

ມື້ນີ້ ເປັນວັນ ມະຫາມຸງຄຸນແທ້ ອອກໃຫມ່3ຄໍ່າ ເດືອນສາມ
ຕາມບູຮານກ່າວໄວ ປູ່ຍ່າໄທ້ ລຸງຕາ ສ້າງທຳມາ ແຕ່ກ່ອນ
ໄຫວ້ວອນຕໍ່ ຈອມໄຕຣ ພຸດທັມສົງ ຫນໍ່ແກ້ວອົງຜ່ານແຜ້ວ ສັບພັນຍູ ໄຫວ້ບູຊາ ເທບໄທ້ ອົງປົກປ້ອງ ເຮືອນຊານ ໄຫວ້ບູຊາ ພູມມາ ແລະ ເຈົ້າບ້ານ ຜູ້ບຸນກວ້າງ ໄດ້ປົກປັກ ເທພາລັກ ອົງລໍ້າ ຂໍນ້ອມລໍ່າ ບູຊາ

ພວກລູກທັງຫຼາຍ ໝາຍມີ:……(ຊື່ຄົນໃນຄອບຄົວ)
……….. ໄດ້ພ້ອມກັນມາມື້ນີ້ ຂໍໄຫວ້ຕໍ່ເຈົ້າທີ່ເຈົ້າຖານ ເຈົ້າບ້ານເຈົ້າເຮືອນ ເທພາອາລັກ ທັງຫຼາຍ ຂໍບູຊາດ້ວຍທູບທຽນແລະດອກໄມ້ ພາຫວານໝາກໄມ້ທັງຫລາຍ ເພື່ອເຮັດຕາມຮີດ ສືບຕາມຄອງ ຜູ່ເຖົ້າບູຮານແຕ່ເກົ່າ ເພື່ອເປີດໂຊກເອົາໄຊ ຂັບຈັງໄຮເວນໄພ ແລະອຸບາດ.

ຂໍແກ່ເຈົ້າສິ່ງສັກສິດທັງຫຼາຍ
ຂໍໃຫ້ປົກປັກຮັກສາ
ໃຫ້ລູກຫຼານທັງຫຼາຍຫາຍໂລກໄພ
ມີໂຊກໃຫຍ່ເຂົ້າມາຫາ
ຄ້າຂາຍງາຍມືຂໍໃຫ້ຄ່ອງແຄ້ວ
ເງິນຄໍາແກ້ວໄຫຼມາໂຮມ
ຈັບອັນໃດກໍ່ໃຫ້ຂຶ້ນ
ສ້າງອັນໃດກໍ່ໃຫ້ຮຸ່ງ ໃຫ້ເຮືອງ
ໃຫ້ພວກລູກທັງຫຼາຍມີໂຊກມີໄຊ
ຫາຍທຸກຫາຍໂສກ ຢູ່ຊຸ່ມກິນເຢັນ ທຸກຜູ້ທຸກຄົນ ນັ້ນເທີ້ນ…. ສາທຸ ສາທຸ (ເພິ່ມເຕີມໃສ່ໄດ້ຕາມສະດວກ)

#ວິທີຈັດໂຕະບູຊາຂໍພອນເທວະດາຕາມຮີດຄອງລາວແມ່ນມີດັ່ງນີ້ :

1. ພຣະພຸດທະຮູບ 1ອົງ ຫຼືຕາມຫິ້ງພຣະ.
2. ໝາກເບັງ 9ກາບ ຈໍານວນ 1 ຄູ່.
3. ໝາກໄມ້7ຫລື9ຊະນິດ ແລະ ດອກໄມ້ຂາວ ເຫຼືອງ.
4. ເງິນໃຫມ່ 7 ຫຼື 9ໃບ ແລະ ກະເປົ໋າເງິນ.
5. ທູບຫອມ 9ດອກໃຕ້ໃສ່ພາໝາກໄມ້
6. ທຽນຂັນ5 ສອງຂັນ(ຂັນຫນຶ່ງໄວ້ໃນພາຕໍ່ຫນ້າພຣະ ຂັນຫນຶ່ງບູຊາສານພຣະພູມບ້ານ ແລະ ຂັນແປດ 1 ຂັນ ວາງໃສ່ພາໝາກໄມ້.

7. ຈອກໃສ່ນ້ຳດື່ມບໍລິສຸດ3ຈອກ ແລະ ໃສ່ນ້ຳຊາຕົ້ມ3ຈອກ.
8. ຕິບເຂົ້າໃສ່ເຂົ້າສຸກ 1 ຕິບ.
9. ພາຫວານ ພາຄາວ ຫຼືຈັດຕາມຮູບ.
10. ຂຽນລາຍຊື່ຄົນໃນຄອບຄົວໃສ່ເຈ້ຍເພື່ອອ່ານຂໍພອນ.
11. ສະຖານທີ່ຈັດບູຊາຈະຕັ້ງພິທີໃນກາງເຮືອນ ຫຼື ໜ້າບ້ານກໍ່ໄດ້ຕາມຄວາມສະດວກຂອງຜູ້ເຮັດພິທີ ຫຼື ຫນ້າຫິ້ງພຣະໃນເຮືອນ.

#ເວລາບູຊາແມ່ນສາມາດເລືອກໄດ້ຕາມຄວາມສະດວກຊ່ວງເວລາໃດເວລາໜຶ່ງເຊັ່ນ : ຊ່ວງເຊົ້າໃນລະຫວ່າງເວລາ 3:00ໂມງເຊົ້າ-6:00ໂມງເຊົ້າ ຫຼື
ຊ່ວງບ່າຍ – ແລງ ແມ່ນໃນລະຫວ່າງເວລາ 15:00ໂມງ-18:00ໂມງ ຫຼື ຊ່ວງເດິກແມ່ນໃນລະຫວ່າງເວລາ 21:00ໂມງ-24:00ໂມງ.

#ໄຫວ້ແລ້ວ ທູບຫມົດຈຶ່ງຈັດມ້ຽນ ຕາມເດີມ ເຄື່ອງຫວານຄາວ ໝາກໄມ້ ປັນໃຫ້ລູກຫຼານຄົນໃນເຮືອນໄດ້ກິນຕາມສະດວກ ເພື່ອຄວາມເປັນສີຣິມຸງຄຸນ.(ຈົບ)

ຖ້າເປັນປະໂຫຍດແຊຣ໌ໄດ້ຕາມອັດທະຍາໄສ

Leave a Reply

Your email address will not be published. Required fields are marked *

You cannot copy content of this page