ສະຫະລັດເງີບ! ຂໍຮ້ອງໃຫ້ ບຣາຊິລຜະລິດນໍ້າມັນເພີ່ມ ຫຼັງລາຄາພຸ່ງສູງ ແຕ່ສຸດທ້າຍຖືກປະຕິເສດ

ສະຫະລັດເງີບ! ສື່ແສຂໍຮ້ອງໃຫ້ ບຣາຊິລຜະລິດນໍ້າມັນເພີ່ມ ຫຼັງລາຄາພຸ່ງສູງ ແຕ່ສຸດທ້າຍຖືກປະຕິເສດ

ໃນເດືອນມີນາເຈົ້າໜ້າທີ່ສະຫະລັດອາເມຣິກາ ໄດ້ສອບຖາມໄປຍັງໂປໂຕບາສ ບໍລິສັດພະລັງງານແຫ່ງຊາດຂອງບຣາຊິລວ່າ ຈະສາມາດເພີ່ມກຳລັງການຜະລິດນໍ້າມັນດິບໄດ້ຫຼືບໍ? ຫຼັງການບຸກ ຢູເຄນຂອງຣັດເຊຍ

ດຶງລາຄານໍ້າມັນໃນຕະຫຼາດໂລກປັບຕົວສູງຂຶ້ນ ເຊິ່ງສຳນັກຂ່າວຣອຍເຕີ ລາຍງານໂດຍອ້າງແຫຼ່ງຂ່າວໃກ້ຊິດກັບເລື່ອງນີ້3ຄົນ, ຢ່າງໃດກໍຕາມສຸດທ້າຍແລ້ວພວກເຂົາກໍຫຼົມແຫຼວເພາະຖືກປະຕິເສດກັບມາ.

ແຫຼ່ງຂ່າວເປີດເຜີຍກັບຣອຍເຕີວ່າ ເຈົ້າໜ້າທີ່ຂອງເປໂຕບາສ ຕອບກັບວ່າລະດັບກຳລັງການຜະລິດເປັນບົດບາດຂອງກົນລະຍຸດທາງທຸລະກິດ ບໍ່ແມ່ນການທູດ ແລະ ບອກວ່າການເພີ່ມກຳລັງງານຜະລິດປະລິມານຫຼາຍໃນໄລຍະສັ້ນເປັນໄປບໍ່ໄດ້ໃນທາງໂລຈິສຕິກ.

ໂຄສົກກະຊວງການຕ່າງປະເທດສະຫະລັດອາເມຣິກາລະບຸໃນຄຳຖະແຫຼງສົ່ງເຖິງຣອຍເຕີວ່າ ເຮົາກຳລັງເຮັດທຸກຢ່າງເທົ່າທີ່ຈະເປັນໄປໄດ້ຮ່ວມກັບພັນທະມິດ ຂອງເຮົາໃນການບັນເທົາຜົນກະທົບທາງເສດຖະກິດ.

ຢ່າງເຊັ່ນບຣາຊິລ ເຮົາກຳລັງເຮັດວຽກຮ່ວມກັບບໍລິສັດພະລັງງານທັງຫຼາຍເພື່ອ່ເພີ່ມສັກກະຍະພາບຂອງພວກເຂົາ ສຳລັບປ້ອນພະລັງງານສູ່ຕະຫຼາດ ໂດຍສະເພາະທ່າມກາງລາຄາທີ່ສູງຂຶ້ນ.

ຢ່າງໃດກໍຕາມໂຄສົກກະຊວງການຕ່າງປະເທດສະຫະລັດ ບໍ່ໄດ້ໃຫ້ລາຍລະອຽດເພີ່ມຕື່ມ ຫລື ເວົ້າເຖິງຢ່າງເຈາະຈົງຕໍ່ລາຍງານຂ່າວຂອງຣຍບເຕີກ່ຽວກັບການສົນທະນາລະຫວ່າງເຈົ້າໜ້າທີ່ອາເມຣິກາ ກັບບັນດາເຈົ້າໜ້າທີ່ຂອງເປໂຕບາສເມື່ອເດືອນມີນາ.

ດ້ານເປໂຕບາສ ໄດ້ລະບຸໃນຄຳຖະແຫຼງປະຕິເສດວ່າບໍ່ໄດ້ມີການພົບປະໃດໆ ກັບເລົ່າຕົວແທນຂອງກະຊວງການຕ່າງປະເທດສະຫະລັດ ແຕ່ຂະນະດຽວກັນກໍບໍ່ສະແດງຄວາມຄິດເຫັນໃດໆເມື່ອຖືກຖາມວ່າພວກເຂົາໄດ້ຕິດຕໍ່ໂອ້ລົມກັບໜ່ວຍງານອື່ນໆຂອງສະຫະລັດ ຫຼື ບໍ່?

ເຈົ້າໜ້າທີ່ເປໂຕບາສຕອບວ່າຄວາມເຄື່ອນໄຫວເພີ່ມກຳລັງການຜະລິດໃນໄລຍະສັ້ນເປັນສິ່ງທີ່ເປັນໄປບໍ່ໄດ້ ສືບເນື່ອງຈາກເປົ້າໝາຍທາງກົນລະຍຸດ ແລະ ອຸປະສົງທາງໂລຈິສຕິກ

ທີ່ມາ: ສຶກສາໄອທີ

Leave a Reply

Your email address will not be published. Required fields are marked *

You cannot copy content of this page