ເດັກນ້ອຍຂັບລົດຕຳໝາ ເຈັບໜັກ2ຄົນ ໝາປອດໄພດີ

ເດັກນ້ອຍຂັບລົດຕຳໝາ ເຈັບໜັກ2ຄົນ ໝາປອດໄພດີ

ໃນວັນທີ 26.01.2023 ເວລາ 08:40 ນາທີ ໜວ່ຍກູ້ໄພສຸກເສີນອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625 ວ່າມີ ອຸບັດຕິເຫດລົດຈັກຕຳໝາ ຢູ່ບ້ານ ໂພນໝີ ເມືອງ ວຽງຄຳ ແຂວງວຽງຈັນ ມີຜູ້ບາດເຈັບ02 ຄົນ,ເພດຍີງ 01 ຄົນ.

ຜູ້ທີ1 :ອາຍຸ 15 ປີ ບ້ານ ໂນນສະຫວ່າງ ເມືອງ ວຽງຄຳ ແຂວງວຽງຈັນ ອາການເບື້ອງຕົ້ນ:ມີບາດແຜເປີດຢູ່ບໍລິເວນແອວ ແລະ ມີບາດແຜຖະຫຼອກຕາມຕົນໂຕ

ຜູ້ທີ2: ອາຍຸ 13 ປີ ບ້ານ ໂນນສະຫວ່າງ ເມືອງ ວຽງຄຳ ແຂວງ ວຽງຈັນ ອາການເບື້ອງຕົ້ນ: ມີບາດແຜຖະຫຼອກບໍລິເວນຫົວເຄົ່າທັງສອງເບື້ອງ

ດັ່ງນັ້ນ,ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງວຽງຈັນຈື່ງໄດ້ປະຖົມພະຍາບານແລ້ວນຳສົ່ງໄປທີ່ໂຮງໝໍທະຫານແຂວງວຽງຈັນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page