ໂຈນທ້າທາຍຫຼາຍ! ເປີດໜ້າລັກລົດຈັກເຫັບພາບຊັດເຈນ
ວັນທີ 25 ມັງກອນ 2023 ຜ່ານມານີ້ ຜູ້ໃຊ້ເຟສບຸກ To Phommaviseth ໂພສປະກາດຂໍຄວາມຊ່ວຍເຫລືອແຈ້ງເບາະແສກ່ຽວກັບໂຈນລັກລົດຈັກວ່າ:

“ໃຜພົບເຫັນບຸກຄົນໃນພາບແມ່ນຂໍຄວາມຊ່ວຍເຫລືອແນ່ເດີ້ ໂຈນແມ່ນຂີ່ລົດເວບສີດຳແດງຊ້ອນກັນມາລັກລົດພໍ່ຕູ້ໜຶ່ງອີ່ຕົນລາວ, ລົດຫາແຕ່ດາວໄດ້ເດືອນດຽວລົດເວບສີຂຽວຫົວເປັດບໍ່ມີປ້າຍ

ຄົນຮ້າຍຂີ່ມາແຕ່ທາງນາຄວາຍ ແລ້ວຫລົບໜີໄປທາງໄຟແດງບ້ານດຸງເສັ້ນທາງ 450 ປີ ເສັ້ນທາງທ່ານາແລ້ງ ແລ້ວເຂົ້າເສັ້ນນາໄຫນາໂນໃຜພົບເບາະແສ ສາມາດແຈ້ງຫາເບີ 02052784726 “

ພາບຂໍ້ມູນ: To Phommaviseth