ສາເຫດຂອງເຮືອບິນເຈັດ China Eastern Airlines ຕົກທີ່ປະເທດຈີນ
ຈາກການກວດສອບຂອງເຮືອບິນ China Eastern Airlines (600115.SS) ແມ່ນເກີດຈາກການກະທຳໂດຍຕັ້ງໃຈຂອງນັກບິນ ເຊິ່ງບໍ່ມີຫຼັກຖານວ່າມີຄວາມຜິດປົກກະຕິທາງເຕັກນິກຂອງເຮືອບິນ.

ໃນວັນອັງຄານທີ່ຜ່ານມາ ຂໍ້ມູນການບິນຈາກກ່ອງດຳຂອງ ໂບອິ້ງ 737-800 ໄດ້ລະບຸວ່າມີຄົນໃນຫ້ອງນັກບິນ ຕັ້ງໃຈເຮັດໃຫ້ເຮືອບິນຕົກ. ເຮືອບິນ ໂບອິ້ງ 737-800 ໃນລະຫວ່າງທາງຈາກ ຄຸນໝິງ ໄປຫາ ກວາງໂຈ
ໄດ້ຕົກໃນວັນທີ 21 ມີນາ ທີ່ເທິງພູເຂົາຂອງກວາງຊີ ຫຼັງຈາກມີການຊັດລົງຈາກບ່ອນສູງຢ່າງກະທັນຫັນ ເຮັດໃຫ້ຜູ້ໂດຍສານທັງໝົດໃນເຮືອບິນ 123 ຄົນ ແລະ ລູກເຮືອ 9 ຄົນ ເສຍຊີວິດ.
ຈາກການກວດສອບເຫັນວ່າ ນັກບິນບໍ່ຕອບສະໜອງຈາກການເອີ້ນຫຼາຍເທື່ອ ຂອງຜູ້ຄວບຄຸມການຈະລາຈອນທາງອາກາດ ແລະ ເຈົ້າໜ້າທີ່ໄດ້ລະບຸວ່າ ບໍ່ຮູ້ເປັນການກະທຳທີ່ຖືກບັງຄັບ ຫຼື ບໍ?