ລັດຖະບານ ຈັດກອງປະຊຸມແກ້ໄຂຄວາມທຸກຍາກໃນຊົນນະບົດ

ລັດຖະບານ ຈັດກອງປະຊຸມແກ້ໄຂຄວາມທຸກຍາກໃນຊົນນະບົດ

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຖະແຫຼງບາງຕອນວ່າ: ເພື່ອບັນລຸໄດ້ເປົ້າໝາຍ ແລະ ວາລະການພັດທະນາແຫ່ງຊາດ ລວມທັງເປົ້າໝາຍການພັດທະນາແບບຍືນຍົງ (SDG) ແລະ ການກະກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ,

ລັດຖະບານແຫ່ງ ສປປ ລາວ ເວລາໃດກໍໃຫ້ຄວາມສຳຄັນຕໍ່ການຮ່ວມມືກັບບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ຂອງທຸກພາກສ່ວນ ຈຶ່ງໄດ້ຖືເອົາຂະບວນການໂຕະມົນເປັນເວທີ ແລະ ກົນໄກແຫ່ງການປຶກສາຫາລື ໃນລະດັບນະໂຍບາຍ ເພື່ອສ້າງຄວາມເຂົ້າໃຈຕໍ່ທິດທາງ ແລະ ໜ້າວຽກຈຸດສຸມ ຂອງການພັດທະນາ ຢູ່ ສປປ ລາວ ໃນແຕ່ລະປີ.

ເຊິ່ງປີ 2022 ນີ້ ຫົວຂໍ້ຂອງກອງປະຊຸມໂຕະມົນແມ່ນ: “ເລັ່ງລັດການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (ສະຫຼຸບຄືນຜົນໄດ້ຮັບໃນປີ 2022 ແລະ ວາງແຜນສໍາລັບປີ 2023), ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.”

ໃນກອງປະຊຸມຄັ້ງນີ້ ຜູ້ແທນໄດ້ຮ່ວມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນໃນ 5 ຫົວຂໍ້ຕ່າງໆທີ່ສໍາຄັນທີ່ໄດ້ສະເໜີຢ່າງລະອຽດ, ເຊິ່ງໃນກອງປະຊຸມຍັງເປັນເອກະພາບກັນໃນ 6 ວຽກຈຸດສຸມດັ່ງນີ້:

1). ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ສຳລັບປີ 2023 ແລະ ສອງວາລະແຫ່ງຊາດ ໃຫ້ສຳເລັດຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ;

2). ສືບຕໍ່ເຊື່ອມສານບັນດາເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳປີ 2023 ແລະ ສູ້ຊົນ ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ດ້ວຍການສຸມທຶນຮອນທີ່ມີ ເພື່ອສຸມໃສ່ການພັດທະນາຊັບພະຍາກອນມະນຸດທີ່ຮັບປະກັນຄຸນນະພາບ,

ເພີ່ມທະວີການຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍຢ່າງເຂັ້ມງວດ, ພະຍາຍາມທຸກຄວາມສາມາດ ເພື່ອລົດຜ່ອນຄວາມແຕກໂຕນ ຂອງການພັດທະນາລະຫວ່າງ ຕົວເມືອງ ແລະ ຊົນນະບົດ, ລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ເພື່ອແກ້ໄຂຄວາມທຸກຍາກ ແລະ ສ້າງຂີດຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດພາຍໃນ ດ້ວຍການສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ເອື້ອອຳນວຍໃຫ້ດີຂຶ້ນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page