ໜຸ່ມສຸດຊວຍ ຖືກເຜີ້ງລຸມດັ້ນ ໂຕນລົງນໍ້າຊວຍຊໍ້າ ຖຶກປາປີຣັນຢາກັດ

ຸ່ສຸດຊວຍ ຖືກເຜີ້ງລຸມດັ້ນ ໂຕນລົງນໍ້າຊວຍຊໍ້າ ຖຶກປາປີຣັນຢາກັດ

ສາເຫດນີເກີດຂື້້ນທີ່ປະເທດບາຊິວ ເມື່ອກຸ່ມນັກຫາປາ ໂດດລົງນໍ້າເພື່ອໜີເຜິ້ງທີ່ກໍາລັງລຸມດັ້ນ ແຕ່ໂຊກຊວຍຊໍ້າຖຶກປາປີລັນຢາໃນນໍ້າ ຕາມການລາຍງານຂອງສື່ບາຊີວ ຊາຍໜຸ່ມ ອາຍຸ 30ປີ ໄດ້ອອກໄປຫາປາກັບໝູ່ເພື່ອນ ອີກ2ຄົນ

ທີ່ທະເລສາບແຫ່ງໜື່ງ ໃນຣັດມີນັສເຊໄຣສ໌ ປະເທດບາຊິວ
ໃນລະຫວ່າງທີ່ທັງ3 ຫາປາຢູ່ນັ້ນ ພວກເຂົາໄດ້ຖຶກເຜິ້ງເຂົ້າມາລຸມດັ້ນ ຈື່ງໄດ້ໂດດໜີລົງນໍ້າ ເຊີ່ງໝູ່ອີກ2ຄົນລອຍນໍ້າຂື້ນຝັ່ງໄດ້ຢ່າງປອດໄພ ແຕ່ຊາຍຄົນດັ່ງກ່າວໄດ້ຫາຍໂຕໄປ

ໝູ່ທັງ2ໄດ້ແຈ້ງໜ່ວຍກູ້ໄພຊ່ວຍກັນຊອກຫາ ແລະ ໃນຂະນະທີ່ເຈົ້າໜ້າທີ່ກັບລັງຈະດໍານໍ້າຊອກຫາ ໄດ້ມີການແຈ້ງວ່າ ທະເລສາບແຫ່ງນີ້ ມີປາປີຣັນຢາ ອາໃສຢູ່ຈໍານວນຫຼາຍ
ອີກຫຼາຍມື້ຕໍ່ມາມີການພົບເຫັນສົບຫ່າງຈາກຈຸດເກີດເຫດ ໄປ 4ແມັດ ແລະ ໃນຕອນທີ່ພົບສົບໄດ້ເຫັນວ່າປາກໍາລັງກິນຊີ້ນຂອງຊາຍຄົນດັ່ງກ່າວ

ສໍາລັບພື້ນທີ່ໃນກຸ່ມນໍ້າອາເມຊອນ ທະວີບອາເມຣິກາໃຕ້ ມີການພົບປາປີຣັນຢາຫຼາຍກ່ວາ 30ສາຍພັນທີ່ອາໃສແລະລວມຕົວກັນເປັນກຸ່ມ

ປາຊະນິດນີ້ມີແຂ້ວແຫຼມ ມີກ້າມຊີ້ນແຂງແຮງທົ່ວກະດູກຂອງແກ້ມ ນໍາໃຊ້ເພື່ອກິນຊີ້ນຂອງສັດ ທີ່ຫຼຸດຫຼົງໄປໃກ້ກັບທີ່ຢູ່ອາໄສຂອງມັນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page