ຖືກຄາດຕະກຳຍ້ອນມັກຖືຊັບສິນເງິນຄຳຫຼາຍ
ຄາດຕະກອນໃຈໂຫດລົງມືສັງຫານເຫຍື່ອແລ້ວກວດເອົາຊັບສິນປົບຫນີພຽງຂ້າມຄືນ! ເຈົ້າຫນ້າທີ່ຕໍາຫລວດສາມາດຈັບໄດ້ທັນຄັວນ

ຄາດຕະກອນໃຈບາບຂ້າຊິງຊັບນາງ ເຢັ໋ນລີ່ໄປລອດກໍາມືເຈົ້າຫນ້າທີ່ຕໍາຫລວດ ພາຍຫລັງລົງມືກໍ່ເຫດຂ້າແລ້ວເອົາຊັບປົບຫນີໃນຄໍ່າຄືນຂອງວັນທີ 30 ມັງກອນ 2023 ຜ່ານມານີ້ ຢູ່ບ້ານໂພນສະອາດ ເມືອງມະຫາໄຊ ແຂວງຄຳມ່ວນ,

ສັນນິຖານວ່າຜູ້ເສຍຊີວິດຖືຊັບສິນຈໍານວນຫລາຍ ອາດເປັນສາເຫດເຮັດໂຈນລາຍນີ້ລົງມືຂ້ ານັ້ນເອງ…ຫລ້າສຸດ ວັນທີ 31 ມັງກອນ2023 ນີ້ ເຈົ້າໜ້າທີ່ ປກສ ສາມາດຈັບຕົວຜູ້ກໍ່ເຫດໄດ້ແລ້ວ ພ້ອມຫລັກຖານເງິນທີ່ໄດ້ຈາກການຂ້ າຊີງຊັບມາຈຳນວນຫລາຍ.

ສ່ວນລາຍລະອຽດຍັງຢູ່ໃນຂັ້ນຕອນການສືບສວນຂອງເຈົ້າໜ້າທີ່ ຫຫາກມີຄວາມຄືບໜ້າຈະແຈ້ງໃຫ້ຮັບຊາບຕື່ມ.