ຮົງກາຣີຄັດຄ້ານທີ່ເອີຣົບໃຫ້ຫ້າມນຳເຂົ້ານ້ຳມັນແລະແກັສຈາກຣັດເຊຍ

ສະຫະພາບເອີຣົບບໍ່ໄດ້ບັນລຸຄວາມເປັນເອກະພາບກັນກ່ຽວກັບການຫ້າມນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍ

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດສະຫະພາບເອີຣົບໄດ້ໄຂຂຶ້ນຢູ່ ນະຄອນຫຼວງບຣຸກແຊນ ປະເທດແບນຊິກໃນວັນທີ 16 ພຶດສະພານີ້, ເນື່ອງຈາກຮົງກາຣີມີຄວາມເຫັນຄັດຄ້ານ,

ທີ່ປະຊຸມຈຶ່ງບໍ່ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບ ກັນກ່ຽວກັບຍັດຕິວ່າດ້ວຍມາດຕະການລົງໂທດຣັດເຊຍຮອບທີ 6 ເຊິ່ງລວມທັງການຫ້າມນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍ.

ທ່ານໂຈເຊັຟ ໂບເຣວ ຟອນເທວ ຜູ້ຕາງໜ້າ ຂັ້ນສູງກ່ຽວກັບວຽກງານການຕ່າງປະເທດແລະນະໂຍບາຍຄວາມໝັ້ນຄົງຂອງສະຫະພາບເອີຣົບໄດ້ຖະແຫຼງຕໍ່ສື່ມວນຊົນຫຼັງຈາກກອງປະຊຸມສິ້ນສຸດລົງວ່າ:

ສະຫະພາບ ເອີຣົບຈະຊ່ວຍເຫຼືອເງິນອີກ 500 ລ້ານຢູໂຣໃຫ້ອູແກຼນເພື່ອນຳໃຊ້ເຂົ້າໃນການຊື້ອາວຸດ, ກໍຫມາຍຄວາມວ່າສະຫະພາບເອີຣົບໄດ້ຊ່ວຍເຫຼືອອູແກຼນທາງການທະຫານລວມ ທັງໝົດໄດ້ມີເຖິງ2 ຕື້ຢູໂຣ.

ປະເທດຮົງກາຣີອາໄສການນຳເຂົ້າພະລັງງານຈາກຣັດເຊຍເປັນຈຳນວນຫຼວງຫຼາຍ, ການນຳເຂົ້ານ້ຳມັນເຊື້ອໄຟຈາກຮັດເຊຍກວມ 60%ຂຶ້ນໄປແລະ ອາຍແກັສທຳມະຊາດກວມ85%. ວັນທີ 4 ພຶດສະພານີ້, ຄະນະກຳມາທິການສະຫະພາບເອີຣົບ ໄດ້ຍື່ນຍັດຕິວ່າດ້ວຍການລົງໂທດຣັດເຊຍຮອບທີ 6, ໃນນີ້ລວມທັງການຫ້າມນຳ ເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍຢ່າງຮອບດ້ານກ່ອນທ້າຍປີນີ້.

ຫຼັງຈາກນັ້ນ, ປະເທດຮົງກາຣີ ໄດ້ຄັດຄ້ານທັນທີ ທັງກ່າວຢືນຢັນວ່າ ປະເທດຕົນຢາກໄດ້ເງິນຊົດເຊີຍເປັນຈຳນວນ ຫຼວງຫຼາຍຈາກສະຫະພາບເອີຣົບ ເພື່ອຊົດເຊີຍຜົນເສຍຫາຍທີ່ເກີດຈາກການຢຸດການນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍ.

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

You cannot copy content of this page