ແຮງງານຊາວອັງກິດຫຼາຍແສນຄົນຮ່ວມກັນປະທ້ວງຄັ້ງໃຫ່ຍຍ້ອນຄ່າຄອງຊີບສູງ

ແຮງງານຊາວອັງກິດຫຼາຍແສນຄົນຮ່ວມກັນປະທ້ວງຄັ້ງໃຫ່ຍຍ້ອນຄ່າຄອງຊີບສູງ

ແຮງງານອັງກິດຫຼາຍແສນຄົນ ຮ່ວມກັນປະທ້ວງຄັ້ງໃຫຍ່ ກະທົບໂຮງຮຽນ ແລະ ເຄືອຂ່າຍການຂົນສົ່ງ ຈາກບັນຫາຄ່າຄອງຊີບທີ່ເພີ່ມສູງຂຶ້ນ ແຮງງານຊາວອັງກິດ ຈຳນວນຫຼາຍແສນຄົນ ທີ່ລວມເຖິງ

ພະນັກງານຄູອາຈານ ແລະ ພະນັກງານການຂົນສົ່ງສາທາລະນະ ຊາວອັງກິດ ໄດ້ອອກມາປະທ້ວງ ສົ່ງຜົນໃຫ້ເຄືອຂ່າຍການຂົນສົ່ງ ເປັນອຳມະພາດ ແລະ ໂຮງຮຽນຫຼາຍໂຮງຮຽນວ່າງເປົ່າ ທ່າມກາງຄວາມບໍ່ພໍໃຈທີ່ຄ່າຄອງຊີບເພີ່ມຂຶ້ນຢ່າງໜັກ.

ໃນຂະນະທີ່ປະທານສະພາແຮງງານແຫ່ງອັງກິດຄາດວ່າ ຈະມີຜູ້ເຂົ້າຮ່ວມການປະທ້ວງກວ່າ 5 ແສນຄົນ ເຊິ່ງຈະເປັນຈຳນວນທີ່ສູງທີ່ສຸດໃນຮອບ 10 ປີ ແລະ ຈະມີການຊຸມນຸມຕໍ່ຕ້ານແຜນການຊຸກຍູ້ກົດໝາຍໃໝ່ຂອງລັດຖະບານທີ່ຕ້ອງການຈະສະກັດກັ້ນການນັດຢຸດງານປະທ້ວງໃນບາງພາກສ່ວນ.

ຣິຊີ ຊູນັກ ນາຍົກລັດຖະມົນຕີ ອັງກິດ ຮຽກຮ້ອງຂໍດຳເນີນການປັບຂຶ້ນຄ່າຈ້າງທີ່ສົມເຫດສົມຜົນ ແລະ ສາມາດຈ່າຍໄດ້ ພ້ອມເຕືອນວ່າການປັບຂຶ້ນຄ່າຈ້າງຫຼາຍເກີນໄປຈະທຳລາຍຄວາມພະຍາຍາມໃນການຄວບຄຸມເງິນເຟີ້.

ທາງດ້ານສະພາແຫ່ງງານ ຕຳໜິ ນາຍົກລັດຖະມົນຕີວ່າ: ມະຫາເສດຖີຄື ຣິຊີ ຊູນັກ ບໍ່ໄດ້ຮູ້ສຶກຮູ້ສາກັບບັນຫາຄວາມຍາກລຳບາກຕ່າງໆ ທີ່ຊົນຊັ້ນແຮງງານທົ່ວໄປຕ້ອງປະເຊີນ ທີ່ຕ້ອງຫາທຸກວິທີທາງໃນການຈັດການກັບຄ່າຈ້າງລະດັບຕໍ່າ ຂາດຄວາມໝັ້ນຄົງໃນໜ້າທີ່ວຽກງານ ແລະ ຄ່າຄອງຊີບທີ່ເພີ່ມຂຶ້ນເລື້ອຍໆ.

ພະນັກງານຈາກສູນຈັດຫາງານ ລະບຸວ່າ ແຮງງານບໍ່ມີທາງເລືອກອື່ນ ນອກຈາກການຢຸດງານເພື່ອປະທ້ວງ ເນື່ອງດ້ວຍຕ້ອງປະເຊີນກັບຄ່າຄອງຊີບທີ່ຖີບຕົວຂຶ້ນສູງເລື້ອຍໆ ພ້ອມລະບຸອີກວ່າ ພະນັກງານບາງຄົນເຖິງແມ່ນຈະມີວຽກເຮັດຢູ່ ແຕ່ກໍຕ້ອງເຂົ້າຮັບຄວາມຊ່ວຍເຫຼືອ ຈາກທະນາຄານອາຫານ.

ໂດຍອັງກິດຕ້ອງພົບການການນັດຢຸດງານເພື່ອປະທ້ວງຂອງແຮງງານຫຼາຍໝື່ນຄົນຕໍ່ເນື່ອງການມາຫຼາຍເດືອນ ທີ່ມີທັງ ພະນັກງານໄປສະນີ, ພະນັກງານຄູອາຈານ, ພະນັກງານການຂົນສົ່ງສາທາລະນະ, ທະນາຍຄວາມ, ພະຍາບານ, ເຈົ້າໜ້າທີ່ພາສີ-ອາກອນຕາມສະໜາມບິນ ແລະ ທ່າເຮືອຕ່າງໆ ທ່າມກາງເງິນເຟີ້ທີ່ເພີ່ມຂຶ້ນເກີນ 10% ເຊິ່ງຖືເປັນລະດັບທີ່ສູງທີ່ສຸດໃນຮອບ 40 ປີ.

ໂດຍ ແມັກ ແບນ (Max Blain) ໂຄສົກປະຈໍາສໍານັກງານນາຍົກລັດຖະມົນຕີອອກມາຖະແຫຼງການວ່າ ສະພາວະເງິນເຟີ້ຍັງຄົງເປັນຄວາມສ່ຽງທີ່ໃຫຍ່ຫຼວງທີ່ສຸດ ສຳລັບຄ່າໃຊ້ຈ່າຍຕ່າງໆ ແລະ ລັດຖະບານພ້ອມເຈລະຈາເພີ່ມຕື່ມກັບສະພາແຮງງານ ເພື່ອຫຼີກເວັ້ນບໍ່ໃຫ້ມີການຢຸດວຽກປະທ້ວງອີກ.

ແຕ່ຢ່າງໃດກໍຕາມ ທາງໂຄສົກຍັງລະບຸອີກວ່າ ຄະນະລັດຖະມົນຕີຈຳເປັນຕ້ອງຮັກສາສົມດຸນລະຫວ່າງຂໍ້ຮຽກຮ້ອງທາງສະຫະພາບແຮງງານ ກັບຄວາມຈຳເປັນຕ້ອງສະກັດບໍ່ໃຫ້ມັນເພີ່ມທະວີຕໍ່ອັດຕາເງິນເຟີ້ ແລະ ຕ້ອງໃຫ້ຄວາມເປັນທຳກັບບັນດາຜູ້ເສຍພາສີນຳ.

ທີ່ມາ: Lao X

Leave a Reply

Your email address will not be published. Required fields are marked *

You cannot copy content of this page