ສຸດຊ້ຳໃຈ! ຍ້ອນສັກລາຍແມ່ແຟນບໍ່ມັກ

ຖືກແຟນຖີ້ມຍ້ອນສັກລາຍແມ່ແຟນບໍ່ມັກ

ນ້ອງ ແບ໊ງ (ນາມສົມມຸດ) ອາຍຸ 32 ປີ, ເຄີຍຮັກຜູ້ຍິງ ມາຫຼາຍຄົນ ແຕ່ບໍ່ເຄີຍສົມຫວັງ ຍ້ອນມີຫຼາຍອັນທີ່ບໍ່ສາມາດເຂົ້າກັນໄດ້ ແລະອີກປະເດັນໜື່ງ ກໍຍ້ອນນ້ອງຍັງສຸມໃສ່ການຮຽນເປັນສວ່ນໃຫຍ່, ຫາກໍ່ຈົບມາແຕ່ຕ່າງປະເທດ ໄດ້ 2 ປີກວ່າ, ແລ້ວກໍ່ມາພົບກັບຜູ້ຍິງຄົນໜື່ງ ອາຍຸໄລ່ລ່ຽງກັນ, ເປັນຄົນທີ່ ມີຖານະຂ້ອນຂ້າງດີ ມີທຸລະກິດເປັນຂອງຕົນເອງ ແລະ ເປັນຄົນມີສັງຄົມ ກວ້າງຂວາງ …

ພົບກັນມາ ໄດ້ ເກືອບປີ ແລ້ວ, ພໍ່ແມ່ ກໍ່ຂ້ອນຂ້າງເຫັນດີ, ແຕ່ມີສີ່ງໜື່ງ ທີ່ແມ່ນ້ອງມັກເວົ້າ ເມື່ອເພີ່ນມາເຫັນ ແຟນນ້ອງມີລາຍຊັກຢູ່ແອວ … ເພີ່ນມັກຖາມວ່າ ແຟນລູກລາວສັກລາຍຢູ່ແອວມາແຕ່ດົນບໍ່ ? ລູກເປັນຄົນມີຄວາມຮູ້ ມີໜ້າທີ່ການງານ ຄົນອື່ນເຫັນ ຈະດີບໍ່ ?

ໃນຄວາມຮູ້ສຶກຂອງນ້ອງ ສໍາລັບ ການສັກລາຍ ເປັນເລື່ອງທໍາມະດາ …ແຕ່ຄືກັນກັບວ່າ ແມ່ບໍ່ພໍໃຈ …ນ້ອງເປັນຄົນທີ່ມັກເອົາໃຈແມ່ ແລະ ເຄົາລົບແມ່ມາຕະຫຼອດ ກະບໍ່ຮູ້ວ່າ ຈະຕອບເພີ່ນແນວໃດ? ແຕ່ເພີ່ນກະບໍ່ໄດ້ບອກວ່າ ໃຫ້ເລີກກັນດອກ! ນ້ອງຫາກມານັ່ງຄຶດເອງ ຜູ້ດຽວ….ຄຶດບໍ່ສະບາຍໃຈປານໃດ , ເຫັນ ເລກໂທ ຜູ້ໃຫ້ຄໍາປຶກສາໃນ ເຟສ ນ້ອງກະເລີຍ ຢາກຖາມໃນ ທັດສະນະ ຂອງອ້າຍຜູ້ໃຫ້ຄໍາປຶກສາ ຄຶດວ່າ ການສັກລາຍ ເປັນແນວໃດ ໂດຍສະເພາະແມ່ນຜູ້ຍິງ ?

+ຄໍາແນະນໍາຂອງຜູ້ໃຫ້ຄໍາປຶກສາ
ການສັກລາຍ ໃນຄວາມເປັນຈິງ ແມ່ນມີມາແຕ່ໃນສະໄໝບູຮານ, ເຊື່ອກັນວ່າ ເປັນການ ເສີມສ້າງ ບາລະມີ ອໍານາດ ໃຫ້ກັບຜູ້ຊາຍ, ເຮັດໃຫ້ຜູ້ຊາຍຄົງປະພັນ, ຟັນບໍ່ເຂົ້າ ແທງບໍ່ທະລຸ, ຕົກນໍ້າບໍ່ໄຫຼຕົກໄຟບໍ່ໄໝ້ ຄວາມຂັດຢໍາ ຂອງ ການສັກລາຍ ແມ່ນຈະຂື້ນກັບ ອາຈານຜູ້ສັກລາຍໃຫ້, ນອກຈາກນັ້ນ ການສັກລາຍຂອງຜູ້ຊາຍ ຍັງເປັນການອວດອ້າງ ສ້າງຄວາມສົນໃຈ ໃຫ້ກັບຜູ້ຍີງໃນສະໄໝບູຮານ.

ແຕ່ໃນສະໄໝນີ້, ໄວໜຸ່ມມີຄວາມນີຍົມໃນການສັກລາຍ, ເຊື່ງ ເວົ້າໄດ້ເລີຍວ່າ ມັນໄດ້ກາຍເປັນແຟຊັນໜື່ງ ຄືກັບການນຸ່ງເຄື່ອງ …ເປັນຫຍັງໃນມູມມອງໜື່ງສັງຄົມຄຶດວ່າ ຄົນສັກລາຍເປັນບຸກຄົນທີ່ບໍ່ດີ? ຍ້ອນວ່າ ມີກຸ່ມນັກເລງ ທີ່ມັກກໍ່ອາລາວາດ ຕີກັນ, ຕິດຢາ, ຂີ້ລັກ ຫຼື ຜູ້ຍີງເຮັດສິ່ງບໍ່ດີ ສວ່ນຫຼາຍມັກຈະສັກລາຍເພື່ອປ້ອງກັນຕົວເອງ ..ນີ້ ມັນຈື່ງເປັນການສ້າງພາບພົດ ໃຫ້ເກີດທັດສະນະຄະຕິ ເຫັນຄົນທີ່ສັກລາຍເປັນຄົນທີ່ບໍ່ດີ…

ຄົນສວ່ນໃຫຍ່ ຂ້ອນຂ້າງຈະຮັບໄດ້ແລ້ວວ່າ ຄົນເຮົາຈະດີຫຼື ຊົ່ວ ບໍ່ໄດ້ຂື້ນກັບ ການແຕ່ງຕົວ ແຕ່ກໍ່ຍັງປັດສະຈາກບໍ່ໄດ້ ທີ່ເຮົາຈະມີຄວາມລະແຄງໃຈ ເມື່ອເຫັນຜູ້ຍິງສັກລາຍ ..ອ້າຍຄຶດວ່າ ນ້ອງອາດຈະ ຄຶດເກັ່ງໃຈແມ່ຈົນເກີນໄປບໍ່? ນ້ອງອາດຈະລົມເພີ່ນ ໃຫ້ເຂົ້າໃຈ… ສີ່ງສໍາຄັນ ແມ່ນການປະພຶດຂອງແຟນນ້ອງ ຈະເປັນການຢັ້ງຢືນອີກເທື່ອໜື່ງວ່າ ການສັກລາຍ ເປັນພຽງແຟນຊັນຂອງຄົນຮຸ້ນປັດຈຸບັນ…

ບັນດາທ່ານ ແລະ ໄວໜຸ່ມ ຕິດຕາມ #ມູມມອງຮັກ ! ທຸກເລື່ອງທີລົງໃນເວທີນີ້ແມ່ນ ມາຈາກຄວາມເປັນຈິງ ຂອງໄວໜຸ່ມທີ່ແຊດ ມາຫາ …ເລື່ອງທີ່ລົງ ແມ່ນໄດ້ຮັບການຕົກລົງຈາກເຈົ້າຂອງ ເລື່ອງ ໂດຍທີ່ບໍ່ໄດ້ໃສ່ ຊື່ແທ້ …ມີບາງເລື່ອງ ເຮົາບໍ່ສາມາດລົງໄດ້ ເນືອງຈາກວ່າ ຜູ້ຂໍຄໍາປຶກສາ ບໍ່ອະນຸຍາດ …ຈະລົງ ຫຼຶ ບໍ່ລົງ ໃນເຟສ ແມ່ນຂຶ້ນກັບເຈົ້າຂອງເລື່ອງ…. ດັ່ງນັ້ນຜູ້ໃດທີ່ລັ່ງເລ ບໍ່ກ້າ ຂໍປຶກສາ ຍ້ອນຢ້ານຄົນຮູ້ເລື່ອງຕົນເອງ ( ຂໍໃຫ້ ໄວ້ວາງໃຈໄດ້)

ຜູ້ໃຫ້ຄໍາປືກສາ: ສົມກ້ຽວ ກິ່ງສະດາ 40 ປີ ແຫ່ງການສື່ສານ ແລະ ສຶກສາຄວາມເປັນຈິງຂອງໄວໜຸ່ມ ແອປ /ໂທ 020 77880044

Leave a Reply

Your email address will not be published. Required fields are marked *

You cannot copy content of this page