ຊົມເຊີຍ! ພົນລະເມືອງດີ ຊ່ວຍຈັບໂຈນດຶງສາຍຄຳ 2 ສະຫລຶງ
ວັນທີ 4 ກຸມພາ 2023 ນີ້ ເກີດເຫດໂຈນດຶງສາຍຄໍຄຳ ນໍ້າໜັກ 2 ສະຫລຶງ ຢູ່ຕະຫລາດເຂດດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ. ແຕ່ຂະນະທີ່ໂຈນກໍ່ເຫດຢູ່ນັ້ນ ໄດ້ມີຜູ້ພົບເຫັນ

ຈຶ່ງສາມາດຊ່ວຍກັນຈັບໂຈນໄດ້ ແລະ ນຳຕົວສົ່ງໃຫ້ເຈົ້າໜ້າທີ່.
ປັດຈຸບັນເຈົ້າໜ້າທີ່ພວມດຳເນີນການສືບສວນສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.

ວິທີປ້ອງກັນ: ບໍ່ຄວນໄປຕະຫລາດ ຫລື ທາງປ່ຽວຄົນດຽວ, ບໍ່ໃສ່ວັດຖຸຂອງມີຄ່າລໍ້ຕາໂຈນ ເພາະທຸກມື້ນີ້ໂຈນ ພວກຂີ້ລັກງັດແງະມີຫລາຍ ບໍ່ເປັນຕາໄວ້ໃຈ.