ກຸ່ມຕໍ່ຕ້ານມຽນມາ ຮຽກຮ້ອງຕາເວັນຕົກ ສະໜັບສະໜູນອາວຸດສູ້ກັບ ກອງທັບລັດຖະບານ

ກຸ່ມຕໍ່ຕ້ານມຽນມາ ຮຽກຮ້ອງຕາເວັນຕົກ ສະໜັບສະໜູນອາວຸດສູ້ກັບ ກອງທັບລັດຖະບານ

ລັດຖະບານເອກະພາບແຫ່ງຊາດ ມຽນມາ ( NUG ) ຫຼື ລັດຖະບານເງົາ ໄດ້ຂໍການສະໜັບສະໜູນອາວຸດຈາກນານາຊາດ ຄືກັນກັບທີ່ສົ່ງໃຫ້ຢູເຄຣນ ເພື່ອນໍາໄປຕໍ່ສູ້ກັບກອງທັບລັດທະບານມຽນມາ. ອູ ຫຍີ່ ມູນ ລັດຖະມົນຕີກະຊວງປ້ອງກັນປະເທດ ຂອງ NUG ກ່າວວ່າ

” ປະຊາກອນລະຫວ່າງປະເທດ ໃຫ້ການສະໜັບສະໜູນ ທາງສິນລະທໍາກັບເຮົາ ເຮົາຮູ້ສຶກຂອບໃຈຫຼາຍໆ ແລະ ຈະຊາບຊື້ງໃຈຫຼາຍກ່ອນນີ້ຖ້າໄດ້ຮັບການສະໜັບສະໜູນ ທາງດ້ານຮ່າງກາຍ ເຊັ່ນ ອາວຸດ ແລະ ເງີນທືນ ເຊີ່ງການສະໜັບສະໜູນດັ່ງກ່າວ

ຈະສາມາດຢຸດການປະຕິວັດໄດ້ໄວກວ່ານີ້ ຫຼຸດການສູນເສຍຊີວິດ ແລະ ຊັບສິນຂອງເຮົາ ” ດ້ານກະຊວງການຕ່າງປະເທດ ຂອງລັດຖະບານໄດ້ກ່າວວ່າ ລັດຖະບານຍັງກົດດັນ ທະຫານເພື່ອຢຸດຄວາມຮຸນແຮງ ແລະ ກໍາລັງດໍາເນີນການຮ່ວມກັບພັນທະມິດ

ເພື່ອຟື້ນຟູມຽນມາ ແຕ່ບໍ່ໄດ້ຈັດຫາອາວຸດ ຫຼື ໃຫ້ການສະໜັບສະໜຸນທາງທະຫານ ແກ່ກຸ່ມບຸກຄົນຫຼືອົງກອນອື່ນໆໃນມຽນມາ

Leave a Reply

Your email address will not be published. Required fields are marked *

You cannot copy content of this page