ໂຄດໂຊກດີ!ສາວຊື້ເລກຄັ້ງທຳອິດຖືກເລກ 48ລ້ານໂດລາ

ສາວການາດາຊື້ເລກຄັ້ງທິດກໍຖືກເລກ 48 ລ້ານ

ສາວການາດາ ອາຍຸ 18 ປີ ດວງເຮັງ ຖືກເລກ ຮັບເງິນລາງວັນ 48 ລ້ານໂດລາການາດາ ຫຼື 35,8 ລ້ານໂດລາສະຫະລັດ ພາຍຫຼັງພໍ່ຕູ້ໃຫ້ລອງສ່ຽງໂຊກຫຼັງປີໃໝ່.

ຈູລຽດ ລາມູ ສັນຊາດການາດາ ຜູ້ດວງເຮັງ ໄດ້ຊື້ເລກເປັນຄັ້ງທຳອິດໃນຊີວິດ ແຕ່ກັບຖືກເລກຢ່າງໜ້າເຫຼືອເຊື່ອ ເຮັດໃຫ້ລາວເປັນຜູ້ທີ່ຖືກລາງວັນທີ່ມີອາຍຸນ້ອຍທີ່ສຸດ ເຊິ່ງໄດ້ຮັບເງິນລາງວັນໃນຄັ້ງນີ້ໄປ 48 ລ້ານໂດລາການາດາ ຫຼື 35,8 ລ້ານໂດລາສະຫະລັດ (610ຕື້ກີບ).

ໂດຍ ຈູລຽດ ລາມູ ກ່າວວ່າ ຮູ້ສຶກດີໃຈຫຼາຍ ແລະ ໄດ້ລືມເລື່ອງຂອງເລກທີ່ຊື້ໄວ້ ຈົນໄດ້ຍິນຂ່າວຄົນທີ່ຢູ່ໃນເມືອງດຽວກັນຖືກເລກ ງວດວັນທີ 7 ມັງກອນ ຈູລຽດ ຈຶ່ງຕັດສິນໃຈກວດເລກຂອງລາວຈຶ່ງຮູ້ວ່າຕົນ ຖືກເລກລາງວັນໃຫຍ່.

ລາວຍັງໄດ້ກ່າວວ່າ ເງິນທີ່ໄດ້ມາ ຈະເອົາໄປຮຽນຕໍ່ແພດໃນມະຫາວິທະຍາໄລໂດຍບໍ່ຕ້ອງກູ້ເງິນ ຫຼື ຂໍເງິນຊ່ວຍເຫຼືອ ນອກນີ້ ກໍຈະນຳເງິນໄປຊ່ວຍເຫຼືອສັງຄົມ ແລະ ອອກເດີນທາງຫາປະສົບການທີ່ຕ່າງປະເທດອີກດ້ວຍ.

ແຫຼ່ງຂ່າວ BBC

Leave a Reply

Your email address will not be published. Required fields are marked *

You cannot copy content of this page