ເກີດເຫດລົດກະບະຕົກເຂື່ອນທີ່ແຂວງວຽງຈັນ

ລົດ ແລະ ຄົນຕົກເຂື່ອນບ້ານນາລັງ

ເກີດເຫດລົດກະບະ ພ້ອມຜູ້ໂດຍສານຈຳນວນຫນື່ງ ແລ່ນເຂົ້າໂຄ້ງ ເສຍຫລັກ ເຮັດໃຫ້ ລົດຕົກນໍ້າເຂື່ອນບ້ານນາລັງ ເມືອງເຟືອງ ແຂວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ ແລະ ຜູ້ໂດຍສາຍເດີນທາງໄປນຳ ຕິດຢູ່ໃນລົດ ປະຊາຊົນພາກັນຊ່ວຍເຫລືອ.

ເຫດການດັ່ງກ່າວ ເກີດຂຶ້ນເວລາປະມານ 14:30 ໂມງ ຂອງວັນທີ 18 ພຶດສະພາ 2022 ບ່ອນເກີດເຫດເປັນທາງໂຄ້ງ ລົດຄັນປະສົບອຸບັດຕິເຫດ ແມ່ນລົດເດີນທາງມາຈາກນະຄອນຫລວງວຽງຈັນ

ພາຍຫລັງເກີດເຫດມີປະຊາຊົນພົບເຫັນ ຈິ່ງມາກັນຊ່ວຍນຳອອກຈາກລົດ ແລະ ນຳສົ່ງໂຮງຫມໍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page