ໜຸ່ມກຳມະກອນກໍ່ສ້າງ ສານຝັນໃຫ້ເປັນຈິງ ສ້າງເຮືອນເປັນຮູບຊົງຍົນ

ໜຸ່ມກຳມະກອນກໍ່ສ້າງ ສານຝັນໃຫ້ເປັນຈິງ ສ້າງເຮືອນເປັນຮູບຊົງຍົນ

ຊາຍໜຸ່ມນັກກໍ່ສ້າງ ອາຍຸ 43 ປີ ຈາກແຂວງ Seam Reap ປະເທດ ກໍາປູເຈຍ ສ້າງເຮືອນເປັນຮູບຊົງຍົນ ຫລັງທໍາອິດຂອງປະເທດ ຕາມຄວາມໄຝ່ຝັນຂອງຕົນເອງ ເກັບເລັກ ເກັບນ້ອຍ ໂດຍໃຊ້ເວລາ ຕາມຝັນທັງໝົດ 30 ປີ ຈຶ່ງສ້າງເຮືອນຫລັງນີ້ ສໍາເລັດ !!!

ຄວາມຝັນນີ້ ເລີ່ມມາແຕ່ເວລາ ທີ່ລາວຍັງນ້ອຍ ເຫັນຍົນບິນໄປມາ ແລະ ຕັ້ງຄວາມຫວັງໄວ້ວ່າ ມື້ຫນຶ່ງຕ້ອງຢູ່ເທິງຍົນ ໃຫ້ໄດ້ !!! ທຸກເທື່ອ ທີ່ແລ້ວຈາກວຽກກໍ່ສ້າງ ລາວມັກແວ່ໄປເບິ່ງຍົນ ຢູ່ສະໜາມບິນ, ເຖິງວ່າບໍ່ມີໂອກາດໄດ້ຂີ່ ແຕ່ຂໍມື້ຫນຶ່ງ ຕ້ອງມີເຮືອນ ເປັນຮູບຍົນ ໃຫ້ຕົນເອງ ແລະ ຄອບຄົວ. ລາວເລີ່ມເກັບເງິນ ອອກແບບ ແລະ ກໍ່ສ້າງເຮືອນຮູບຊົງຍົນ ໃນເດືອນ 03, 2022 ແລະ ສໍາເລັດ ໃນເດືອນ 1 ປີ 2023.

ເຮືອນຮູບຊົງຍົນນີ້ ປະກອບມີ 2 ຫ້ອງນອນ ແລະ 2 ຫ້ອງນໍ້າ, ຢູ່ກັນ 5 ຄົນ ລວມມີ ລູກ 3 ຄົນ ແລະ ນ້ອງສາວ 1 ຄົນ, ແລະ ກໍາລັງ ຈະແຕ່ງງານໃຫມ່ ໄວໄວນີ້.

ທີ່ມາ: Khmer Times

Leave a Reply

Your email address will not be published. Required fields are marked *

You cannot copy content of this page