ອ່ານແລ້ວນ້ຳຕາໄຫຼນຳ! ເອື້ອຍອາຍຸ10ປີ ໃຊ້ແຂນເພື່ອປ້ອງກັນຊາກຕຶກຫັກພັງທັບຫົວນ້ອງ
1- ເດັກຍິງຄົນຊີເລຍ ອາຍຸ 10 ປີ, ພະຍາຍາມໃຊ້ແຂນປົກປ້ອງຫົວຂອງນ້ແງຊາຍຫຼັງເກີດແຜ່ນດິນໄຫວຄັ້ງໃຫຍ່, ທັງສອງຕິດໃນຊາກພັງຈາກຕຶກທະຫລົ່ມດົນກວ່າ 17 ຊົ່ວໂມງ

2- ເມື່ອມີເຈົ້າໜ້າທີ່ກູ້ໄພໄປພົບເຫັນ ເດັກຍິງກໍ່ຍີ້ມໃຫ້ພ້ອມດວງຕາທີ່ເຕັມໄປດ້ວຍຄວາມຫວັງ, ນ້ອງເວົ້າກັບເຈົ້າໜ້າທີ່ວ່າ “ຖ້າເຈົ້າຊ່ວຍເຮົາກັບນ້ອງອອກໄປ ເຮົາຈະຮັບໃຊ້ເຈົ້າຕະຫລອດຊີວິດ” ແລະເວລາເວົ້າໄດ້ເອົາມືລູບຫົວນ້ອງໄປນຳແບບປອບນ້ອງ

3- ຕອນນີ້ທັງສອງປອດໄພ ແລະມີບາດເຈັບປະມານຫນື່ງເນື່ອງຈາກແຮງກະທົບຈາກຊາກຕຶກ, ເຊິ່ງຜູ້ເປັນເອື້ອຍກໍ່ໄດ້ເຮັດສຸດຂີດໃນການດູແລນ້ອງຊາຍຈົນເຖິງທີ່ສຸດ, ແຕ່ທາງການກໍ່ຍັງບໍ່ທັນຮູ້ລາຍລະອຽດຂອງຄອບຄົວນ້ອງ

ເປັນອີກຄວາມຮັກຂອງເອື້ອຍທີ່ມີຕໍ່ນ້ອງ ເຊິ່ງເຫດການນີ້ມັນບົ່ງບອກວ່າຊີວິດມັນອາດບໍ່ໄດ້ຍາວຄືທີ່ຄິດ
ຄວາມຮັກຖ້າມີແລ້ວຄວນຮັກສາແລະດູແລມັນໃຫ້ດີ ທັງຄອບຄົວ, ຄົນຮັກ, ຫມູ່ຄູ່ ແລະຫວັງວ່າຄົນທີ່ເຫລືອຂອງຄອບຄົວນ້ອງຈະປອດໄພ 🤍
ທີ່ມາ:ຄລິບເດັດ Clipded