ຄົນຫວຽດນາມ ຖືກຄາດຕະກຳຢູ່ບ້ານໜອງບົກນ້ອຍ ເມືອງບາຈຽງ ແຂວງຈຳປາສັກ
ຕາມການລາຍງານຂອງເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຈຳປາສັກໃຫ້ຮູ້ວ່າ: ໃນຄັ້ງວັນທີ 21 ທັນວາ 2022 ເວລາ 02 ໂມງ 15 ນາທີ ເຈົ້າໜ້າທີ່ໄດ້ຮັບການລາຍງານຈາກ ປກສ ເມືອງບາຈຽງຈະເລີນສຸກວ່າ: ເວລາປະມານ 02 ໂມງຂອງວັນດຽວກັນ ໄດ້ມີເຫເດການຄາດຕະກຳເກີດຂຶ້ນຢູ່ບ້ານໜອງບົກນ້ອຍ ເມືອງບບາຈຽງຈະເລີນສຸກ ແຂວງຈຳປາສັກ

ຈາກນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເກັບກຳຂໍ້ມູນ, ຊັນນະສູດສະຖານທີ່ເກີດເຫດ ແລະ ຊາກສົບຈິ່ງຮູ້ວ່າ: ຜູ້ເສຍຊີວິດຊື່: ທ້າວ ຫງຽນແທງເຈົາ 46 ປີ ກຳມະກອນ ສັນຊາດຫວຽດນາມ ຖືກແທງດ້ວຍຂອງມີຄົມຕາມຕົນຕົວ 07 ຈຸດ ເສຍຊີວິດຄາທີ່ ເຊິ່ງເປົ້າໝາຍກໍ່ເຫດໃນເບື້ອງຕົ້ນເຈົ້າໜ້າທີ່ສາມາດກັກຕົວມາໄດ້ 01 ຄົນໃນຄັ້ງວັນທີ 22 ທັນວາ 2022 ຄື: ທ້າວ ແອັດ 25 ປີ ກຳມະກອນ ບ້ານໜອງບົກນ້ອຍ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ທ້າວ ແອັດ ຮັບສາລະພາບວ່າ: ຕົນເອງໄດ້ລົງມືຄາດຕະກຳທ້າວ ຫງຽນແທງເຈົາແທ້ ໂດຍຮ່ວມກັບໝູ່ອີກ 01 ຄົນຊື່ທ້າວ ສະດາ ຫຼື ກ່ຳ ອາຍຸ 43 ປີ ກຳມະກອນຄົນບ້ານດຽວກັນກັບຜູ້ກ່ຽວ ໃນຊ້ວງກາງເດືອນກັນຍາ 2022 ທ້າວແອັດ ໄດ້ຂີ່ລົດຈັກຂອງຕົນເອງໄປລັກເອົາຢາງຢູ່ສວນຢາງພາລານິຄົມ 04 ທີ່ກຳມະກອນກີດໄວ້ຢູ່ໃນຖ້ວຍຂອງແຕ່ລະຕົ້ນໄດ້ປະມານ 05 ກິໂລກຣາມ,

ຫຼັງລັກແລ້ວໄດ້ຂັບຂີ່ລົດໄປໄດ້ປະມານ 01 ກິໂລແມັດ ໄດ້ມີທ້າວຫງຽນແທງເຈົາ ເຊິ່ງເປັນປ້ອງກັນຂອງບໍລິສັດຢາງພາລານິຄົມ 04 ໄດ້ຖືໄມ້ຍາວ 01 ແມັດຢືນລັດທາງ ທ້າວແອັດຈິ່ງໄດ້ຈອດລົດ ແລະ ທ້າວຫງຽນແທງເຈົາໄດ້ຖາມວ່າ: ເອົາຢາງມາແຕ່ໃສ ທ້າວແອັດຕອບວ່າ:
ຂ້ອຍເກັບເອົາຢູ່ສວນເຂົາຖິ້ມໄວ້ ແລ້ວຮ້ອງຂໍວ່າປ່ອຍຂ້ອຍໄປສາຂ້ອຍຊິສົ່ງຢາງຄືນ ຈາກນັ້ນ, ທ້າວຫງຽນແທງເຈົາໄດ້ໃຊ້ໄມ້ຕີແຂນທ້າວແອັດ 01 ບາດ ແລະ ທ້າວແອັດກໍ່ໄດ້ຕໍ່ສູ້ຄືນແຕ່ສູ້ບໍ່ໄຫວຈິ່ງໄດ້ຖິ້ມລົດຈັກແລ່ນຫຼົບໜີມາບ້ານຂອງຜູ້ກ່ຽວ ຕົກມາຮອດວັນທີ 20 ທັນວາ 2022 ເຊິ່ງເປັນມືື້ບຸນບ້ານໜອງບົກນ້ອຍ ໄດ້ມີວົງດົນຕີຣມາຄົບງັນ ທ້າວ ແອັດ ກໍ່ໄດ້ໄປເຂົ້າລຳວົງກັບໝູ່ 05 ຄົນເຊິ່ງເປັນຄົນນບ້ານດຽວກັນ ຮອດເວລາປະມານ 01 ໂມງ 50 ນາທີຂອງວັນທີ 21 ທັນວາ 2022
ທ້າວແອັດໄດ້ຍ່າງອອກຈາກລຳວົງເພື່ອຈະເມືອເຮືອນ ພໍຍ່າງຂ້າມທາງໄດ້ເຫັນທ້າວສະດາ ຫຼື ກຳ່ ຍ່າງມາຫາ ເວລານັ້ນທ້າວແອັດໄດ້ແນມເຫັນທ້າວຫງຽນແທງເຈົາ ນັ່ງຄາບລົດຈັກຢູ່ ຜູ້ກ່ຽວຈິ່ງເວົ້າກັບທ້າວສະດາວ່າ: ທ້າວຫງຽນແທງເຈົານີ້ລະມັນຊິຕີຂ້ອຍຢູ່ໃນລຳວົງ ແລະ ທ້າວແອັດຍັງຄຽດແຄ້ນໃຫ້ທ້າວຫງຽນແທງເຈົາທີ່ຕີຜູ້ກ່ຽວຢູ່ສວນຢາງພາລານິຄົມ 04 ຈາກນັ້ນ, ທ້າວແອັດ ແລະ ທ້າວສະດາ ຈິ່ງໄດ້ຈັບເອົາກ້ອນຫີນຄົນລະກ້ອນສໍ່ຳກຳປັ້ນ ແກວ່ງໃສ່ທ້າວຫງຽນແທງເຈົາ ແຕ່ບໍ່ຖືກ ແລ້ວທ້າວຫງຽນແທງເຈົາຈິ່ງໄດ້ຈັບເອົາໄມ້ຍາວປະມານ 08 ຊັງຕີແມັດ
ແລ່ນໄລ່ທ້າວແອັດ ແລ້ວແກ່ວງໄມ້ໃສ່ຖືກສົ້ນໜ່ອງທ້າວແອັດ ທ້າວແອັດຈິ່ງໄດ້ແລ່ນເຂົ້າກ້ອງເຮືອນຂອງປະຊາຊົນບ້ານໜອງບົກນ້ອຍ ແລ້ວ ຜູ້ກ່ຽວໄດ້ສັງເກດເຫັນມີດດ້າມດຳຍາວປະມານ 20 ຊັງຕີແມັດ ຜູ້ກ່ຽວຈິ່ງໄດ້ຈັບເອົາມີດແລ້ວຍ່າງອອກມາ ແລ້ວເຫັນທ້າວສະດາຍ່າງເຂົ້າມາກັບທ້າວຫງຽນແທງເຈົາ ຈາກນັ້ນ, ທ້າວສະດາໄດ້ຢືນຢູ່ທາງຫຼັງ ທ້າວຫງຽນແທງເຈົາ ແລ້ວເອົາມືທັງສອງເບື້ອງບີບຄໍ ທ້າວຫງຽນແທງເຈົາ ແລ້ວຮ້ອງບອກທ້າວແອັດເຂົ້າມາຊ່ວຍທ້າວແອັດໄດ້ໃຊ້ກ້ຳປັ້ນເບື້ອງຊ້າຍຊັດໜ້າທ້າວຫງຽນແທງເຈົາ 02 ບາດ,
ພ້ອມທັງເອົາມີດແທງໃສ່ກ້ອງຂີ້ແຮ້ເບື້ອງຊ້າຍຈຳນວນ 02 ບາດ, ແທງໃສ່ກ້ອງນົມເບື້ອງຂວາ 01 ບາດ, ແທງໃສ່ກາງໜ້າເອິກ 01 ບາດ, ແທງໃສ່ທ້ອງ 01 ບາດ, ແທງໃສ່ຝາມືເບື້ອງຊ້າຍ 01 ບາດ, ດເຮັດໃຫ້ທ້າວຫງຽນແທງເຈົາ ເສຍຊີວິດຄາທີ່ ຈາກນັ້ນ ທ້າວແອັດ ແລະ ທ້າວສະດາ ໄດ້ພາກັນຫຼົບໜີ
ຕົກມາຮອດວັນທີ 22 ທັນວາ 2022 ເຈົ້າໜ້າທີ່ສາມາດກັກຕົວທ້າວ ແອັດຢູ່ເຂດເມືອງປາກຊ່ອງ ແຂວງຈຳປາສັກມາດຳເນີນຄະດີ ແລະ ທ້າວສະດາ ຫຼື ກ່ຳ ແມ່ນໄດ້ເຂົ້າມາມອບຕົວຕໍ່ເຈົ້າໜ້າທີ່ໃນຄັ້ງວັນທີ 01 ມັງກອນ 2023 ທ້າວແອັດຍັງສາລະພາບອີກວ່າ: ຕົນເອງໄດ້ເຄື່ອນໄຫວເສບຢາເສບຕິດມາແຕ່ປີ 2021 ຈົນເຖິງປະຈຸບັນ