ສາວອາຍຸ 24 ແຕ່ງດອງກັບຕູ້ອາຍຸ 85 ບໍ່ສົນເລື່ອງອາຍຸພ້ອມເຜີຍຢາກມີລູກ 2ຄົນ

ສາວອາຍຸ 24 ແຕ່ງດອງກັບຕູ້ອາຍຸ 85 ບໍ່ສົນເລື່ອງອາຍຸພ້ອມເຜີຍຢາກມີລູກ 2ຄົນ

ຮັກກັນທີ່ໃຈ ບໍ່ສົນອາຍຸ“ມາຣາເຄິນ ໂຣກ” ສາວອາຍຸ24ປີ ຈາກລັດມິສຊິສຊິບປີ ສະຫະລັດອາເມລິກາໄດ້ອອກມາເປີດເຜີຍວ່າລາວເອງໄດ້ແຕ່ງດອງກັບ “ຊາສລ໌” ອະດີດອະສັງຫາລິມະຊັບທີ່ມີຫຼາຍຍຸຫຼາຍກວ່າລາວເຖິງ 61ປີ

ແລະ ສາມີຂອງລາວກໍອາຍຸຫຼາຍກວ່າປູຂອງລາວເຖິງ 11 ພວກເຂົາທັງສອງພົບຮັກກັນໃນປີ 2019 ແລະແຕ່ງງານກັນໃນປີ 2020 ມິຣາເຄິນ ບອກວ່າເຖິງອາຍຸຈະຫ່າງກັນຫຼາຍແຕ່ມັນກໍບໍ່ແມ່ນອຸປະສັກສຳລັບຄວາມຮັກຂອງເຂົາ ແລະ ລາວກໍສະບາຍໃຈທີ່ໄດ້ໃຊ້ຊີວິດຮ່ວມກັບຄົນທີ່ລາວຮັກ

ສຳລັບການວາງແຜນຄອບຄົວ ມິຣາເຄິນເຜີຍວ່າພວກເຂົາສົນໃຈການເຮັດ IVF ແລະ ຢາກມີລູກ 2 ຄົນແຕ່ລາວກໍເຂົ້າໃຈວ່າສາມີຂອງລາວເອງກໍອາຍຸຫຼາຍແລ້ວວິທີການອາດຈະບໍ່ໄດ້ຜົນ ພວກເຂົາຈຶ່ງໃຊ້ຊີວິດໃນແຕ່ລະມື້ຢູ່ນຳກັນໃຫ້ມີຄວາມສຸກທີ່ສຸດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page