ລ້ຽງຟຣີໝົດໝູ່ບ້ານ ເຖົ້າແກ່ສະຫຼອງວັນເກີດຄົບຮອບ 80ປີ

ຈາກລົ້ມລຸກຄຸກຄານ 2000 ບາດ ສູ່ທຸລະກິດພັນລ້ານ ສະຫຼອງວັນເກີດ 80 ປີ ລ້ຽງຄົນຟຮີໝົດໝູ່ບ້ານ

ຮືຮາ ເສີ່ຍໂຮງງານໂມ້ຫິນ ລ້ຽງຟຣີ ທັງຈັງຫວັດ ສະຫຼອງວັນເກີດຄົບຮອບ 80 ປີ ເຜີຍລົ້ມລຸກຄຸກຄານຈາກເງິນເຫຼືອພຽງ 2000 ບາດ ສູ່ທຸລະກິດພັນລ້ານ ຢາກຕອບແທນບຸນຄຸນແຜ່ນດິນ

ທີ່ໂຮງງານໂມ້ຫິນ ບໍລິສັດເພັດສະຫຍາມສິລາຈາດ ຈຳກັດ ອຳເພີ ບໍ່ໄຮ່ ຈັງຫັວດຕາດ ທ້າວສຸລະສັກ ອິງປະສານ ເຈົ້າຂອງ ພ້ອມພະນັກງານ ແລະ ຄອບຄົວ ຮ່ວມກັນຈັດງານສະຫຼອງວັນເກີດໂດຍຜູ້ຮ່ວມງານຫຼາຍກວ່າ 1200 ຄົນ
ເຊິ່ງງານດັ່ງກ່າວຈັດໃຫ້ແຂກຮັບປະທານອາການ ແລະ ຮ່ວມກິດຈະກໍາຟຣີ ເຊິ່ງຄົນທີ່ມາຮ່ວມງານຕ່າງກໍນໍາຂອງຂວັນ ແລະ ສິ່ງຕ່າງໆມາຮ່ວມຍິນດີ

ທ້າວສຸລະສັກ ບອກວ່າຕົນເອງມາເຮັດວຽກເຮັດທຸລະກິດຢູ່ບໍ່ໄຮ່ ເລີ່ມຈາກເງິນທຶນພຽງ 2000 ບາດ ຈາກທຸລະກິດຊື້ຂາຍພອຍ ແລະ ຕໍ່ມາໄດ້ມາເຮັດທຸລະກິດໂຮງໂມ້ຫິນເພັດສະຫຍາມສິຣາຕາດ ລົ້ມລຸກຄຸກຄານ ຈົນປັດຈຸບັນບໍ່ມີໜີ້
ແລະ ແຫຼ່ງທຶນເຮັດກໍາໄລໃຫ້ຫຼາຍ

ຈົນມື້ນີ້ນັບເງິນເປັນພັນໆລ້ານ ຈຶ່ງຕັ້ງໃຈຕອບບຸນແທນຄຸນແຜ່ນດິນ ແລະ ຄົນທີ່ຢູ່ຄຽງຂ້າງເປັນງານໃຫຍ່ ກິນຟຣີແບບຈັດເຕັມຢ່າງທີ່ເຫັນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page