ສີລັງກາຈະກາຍເປັນປະເທດໜີ້ສິນ ບໍ່ມີເງິນຊື້ນ້ຳມັນເຂົ້າ

ສີລັງກາຈະກາຍເປັນປະເທດໜີ້ສິນ ບໍ່ມີເງິນຊື້ນ້ຳມັນເຂົ້າ

ລັດຖະມົນຕີວ່າການກະຊວງພະລັງງານເປີດເຜີຍວ່າ ສີລັງກາຈະກາຍເປັນ “ປະເທດໜີ້ສິນ”. ບໍ່ມີເງິນນໍາເຂົ້າ ນໍ້າມັນ.
ສີລັງກາ ຕຽມຖຶກສະຖາບັນ ຈັດອັນດັບຄວາມໜ້າເຊື່ອຖືຂອງໂລກ ຂື້ນທະບຽນເປັນຊາດທີ່ຜິດຊໍາລະໜີ້

ຫຼັງຈາກທີ່ບໍ່ຍອມຈ່າຍດອກເບ້ຍຕອບແທນກັບຜູ້ທີ່ຊື້ພັນທະບັດລັດທະບານ ເຊີ່ງລັດທະມົນຕີໄດ້ອອກມາຢືນຢັັນວ່າ ລັດທະບານບໍ່ມີງົບ ພຽງພໍທີ່ຈະຈ່າຍຄ່ານໍ້າມັນ ເຊື້ອໄຟອີິກຕໍ່ໄປແລ້ວ.

ທ່ານຣານິລ ວິກໍາສິງເຫ ນາຍຍົກລັດຖະມົນຕີຄົນໃໝ່ ຂອງສີລັງກາກ່າວວ່າ ລັດທະບານໄດ້ເຮັບເງີນຊ່ວຍເຫຼືອ ຈາກທະນາຄານໂລກຈໍານວນ 160ລ້ານ ໂດຣາສະຫະລັດ ເພື່ອນໍາໃຊ້ກໍ່ສ້າງຂົວແຕ່ບໍ່ຊັດເຈນຈະຂໍນໍາໃຊ້ຊື້ນໍ້າມັນກ່ອນໄດ້ຫຼືບໍ່.

“ ຕົວເລກຕອນນີ້ ແມ່ນສັບສົນທັງໝົດ ຄວາມຈິງຄືລັດທະບານບໍ່ມີເງີນເລີຍ ໜ້ອຍດຽວກໍຍັງບໍ່ມີ ”
ທ່ານຣານິລ ໄດ້ລະບຸ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page