ໄຜ່ ພົງສະທອນ ນັກຮ້ອງເພງລູກທົ່ງຊື່ດັງໄທ ມາທ່ຽວສວນວັດທະນະທຳຊຽງຄວນ

ໄຜ່ ພົງສະທອນ ນັກຮ້ອງເພງລູກທົ່ງຊື່ດັງໄທ ມາທ່ຽວສວນວັດທະນະທຳຊຽງຄວນ

ໜຸ່ມຕາມຝັນຈາກບ້ານໃກ ໄຜ່ ພົງສະທອນ ນັກຮ້ອງເພງລູກທົ່ງຊື່ດັງຈາກປະເທດເພື່ອນບ້ານ ໃຫ້ກຽດມາຢ້ຽມຢາມທ່ອງທ່ຽວສວນວັດທະນະທຳຊຽງຄວນ ມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຂອງ ນວ ພວກເຮົາ.

ໃຫ້ກຽດຕ້ອນຮັບຂອງ ທ່ານນາງ ສ້ອຍສຸດາ ອິນເມືອງໄຊ ປະທານ ບໍລິສັດ ສວນວັດທະນະທຳຊຽງຄວນ ຈຳກັດຜູ້ດຽວ ທັງເປັນຜູ້ສຳປະທານ ແລະ ພັດທະນາສວນດັ່ງກ່າວ

ແລະ ປັດຈຸບັນ ທາງສວນເພິ່ນ ມີຊຸດໃຫ້ບໍລິການພາຍໃນສວນ ໃຜມາສາມາດ ສວມໃສ່ຊຸດລາວເຂົ້າໄປ ຖ່າຍຮູບງາມໆຢູ່ພາຍໃນສວນໄດ້ເລີຍ ແລະ ຍັງຖືໜຶ່ງໃນການອະນຸລັກວັດທະນະທຳການນຸ່ງຖືຂອງລາວທີ່ຊົງຄຸນຄ່າອີກນໍາ ໄປທ່ຽວກັນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page