ພົບດາວເຄາະທີ່ຄ້າຍຄືໂລກ ຫ່າງກັນ 31 ປີແສງ

ພົບດາວເຄາະທີ່ຄ້າຍຄືໂລກ ຫ່າງກັນ 31 ປີແສງ

ນັກດາລາສາດ ຄົ້ນພົບດາວເຄາະທີ່ຄ້າຍຄືກັບໂລກ ທີ່ເໝາະແກ່ການອາໄສຢູ່ຂອງສິ່ງທີ່ມີຊີວິດ ເຊິ່ງຫ່າງຈາກໂລກພຽງແຕ່ 31 ປີແສງ ອີກທັງຍັງມີຂະໜາດໃກ້ຄຽງກັບໂລກ ຕັ້ງຊື່ວ່າ “Wolf 1069 b”.

ທີມນັກດາລາສາດພົບ “ດາວເຄາະຄ້າຍຄືໂລກ” ດວງໃໝ່ ທີ່ເໝາະຕໍ່ການມີຊີວິດຢູ່ໃນຈັກກະວານໃກ້ຄຽງ ໂດຍຫ່າງຈາກໂລກເຮົາພຽງແຕ່ 31 ປີແສງ ຫຼື ປະມານ 2,99 ລ້ານລ້ານ ກິໂລແມັດ

ເຊິ່ງເປັນໄລຍະທີ່ໃກ້ສຳລັບມາດຕະຖານການພົບດາວເຄາະຄ້າຍຄືໂລກໃນຈັກກະວານອັນໄກ ແລະ ໃນມື້ໜຶ່ງອາດສາມາດນຳໄປສູ່ການຄົ້ນຫາສັນຍານທີ່ເປັນໄປໄດ້ຂອງສິ່ງມີຊີວິດ.
ການພົບດາວເຄາະຄ້າຍຄືໂລກດວງໃໝ່ນີ້

ສ້າງຄວາມຕື່ນເຕັ້ນແກ່ບັນດານັກດາລາສາດຫຼາຍ ເພາະດາວເຄາະທີ່ຄ້າຍຄືໂລກດວງນີ້ ຍັງມີຂະໜາດເທົ່າກັບໂລກ ເຊິ່ງເປັນເລື່ອງທີ່ພົບໄດ້ຍາກ.

ແຫຼ່ງຂ່າວ sciencealert

Leave a Reply

Your email address will not be published. Required fields are marked *

You cannot copy content of this page