ເຕືອນໄພ! ຮັບປະທານບຸບເຟຕະຫຼອດເປັນອັນຕະລາຍຕໍ່ສຸຂະພາບ
ບຸບເຟ ຄືການກິນເທົ່າໃດກໍໄດ້ຕາມໃຈ ເລີ່ມກຳເນີດມາຈາກຊາວສະວີເດນ ເຊິ່ງເປັນປະເພນີການຕ້ອນຮັບກັບບ້ານຂອງຊາວໄວກິ້ງທີ່ອອກທະເລເປັນເວລາດົນ ເມື່ອກັບເຂົ້າຝັ່ງຊາວບ້ານທີ່ລໍຖ້າການກັບມາຈະຈັດໂຕະອາຫານທີ່ມີອາຫານໃນປະລິມານຫຼາຍໆເພື່ອຕ້ອນຮັບ
ຫຼັງຈາກນນັ້ນວັດທະນະທຳບຸບເຟຖືກເຜີຍແພ່ໄປທົ່ວໂລກໂດຍຊາວອາເມຣິກາດ້ວຍຄວາມເຊື່ອທີ່ວ່າອາຫານທີ່ຮັບປະທານບໍ່ອັ້ນມັນຄຸ້ມຄ່າ ແຕ່ຮູ້ບໍ່ວ່າການກິນອາຫານປະລິມານຄັ້ງລະຫຼາຍໆເປັນປະຈຳໂດຍທີ່ຮ່າງບໍ່ມີຄວາມຕ້ອງການຫຼືຮັບປະທານອາຫານເກີນຄວາມຈຳເປັນຈະທຳຮ້າຍສຸຂະພາບຫຼາຍກວ່າທີ່ເຮົາຄິດ.
ໂລກຕຸ້ຍ: ການຮັບປະທານອາຫານປະລິມານຫຼາຍໃນເວລາສັ້ນໆເປັນປະຈຳ ໂດຍຮ່າງກາຍບໍ່ໄດ້ເຜົາຜານພະລັງງານເທົ່າທີ່ຄວນ ນ້ຳໜັກໂຕຈະຄ່ອຍໆເພີ່ມຂຶ້ນ ຈົນເກີນເກນມາດຕາຖານແລະເຂົ້າສູ່ພາວະໂລກຕຸ້ຍໃນທີ່ສຸດ ນຳໄປສູ່ໂລກຮ້າຍແຮງອື່ນຕາມມາ
ໂລກເບົາຫວານ: ການຮັບປະທານອາຫານໃນປະລິມານຫຼາຍຈົນຕິດເປັນນິໄສເປັນຕົ້ນເຫດຂອງຄວາມສ່ຽງເປັນໂລກເບົາຫວານໄວກວ່າປົກຕິ ສ່ວນໃນກຸ່ມຜູ້ປ່ວຍໂລກເບົາຫວານການຮັບປະທານອາຫານປະລິມານຫຼາຍເປັນປະຈຳ ເຮັດໃຫ້ການຄວບຄຸມລະດັບນ້ຳຕານໃນເລືອດເປັນໄປໄດ້ຍາກ
ສ່ຽງພາວະດ້ານອາລົມ: ພຶດຕິກຳການຮັບປະທານອາຫານຫຼາຍຜິດປົກກະຕິມັກພົບໃນຜູ້ທີ່ມີບັນຫາທາງອາລົມເຊິ່ງບໍ່ວ່າຈະຢູ່ໃນພາວະດີໃຈ, ສະບາຍໃຈ ມີຄວາມສຸກຫຼືພາວະວິຕົກກັງວົນ, ຜິດຫວັງ, ໃຈຮ້າຍ ໃນຄົນກຸ່ມນີ້ມັກເລືອກໃຊ້ການຮັບປະທານອາຫານເປັນການສະແດງອອກທາງອາລົມເປັນປະຈຳ.