ບັນຫາທີ່ເຮັດໃຫ້ອັດຕາແລກປ່ຽນເໜັງຕີງຢ່າງຮຸນແຮງໃນ ສປປລາວ

ບັນຫາທີ່ສົ່ງຜົນກະທົບ ໃຫ້ອັດຕາແລກປ່ຽນເໜັງຕີງຢ່າງຮຸນແຮງ ໃນ ສປປ ລາວ

ໃນວັນທີ 18 ພຶດສະພາ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຖະແຫຼງວ່າ: ບາງບັນຫາທີ່ສົ່ງຜົນກະທົບເຮັດໃຫ້ອັດຕາແລກປ່ຽນຢູ່ ສປປ ລາວ ມີການເໜັງຕີງແຮງ ແລະ ສ່ວນຕ່າງລະຫວ່າງອັດຕາແລກປ່ຽນ ຂອງລະບົບທະນາຄານ ແລະ ຂອງຕະຫລາດນອກລະບົບ ແມ່ນຍ້ອນສະຕິຕໍ່ກົດໝາຍ ຂອງບຸກຄົນ;

ການປະຕິບັດກົດໝາຍ, ລະບຽບການ, ມາດຕະການຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ ຍັງບໍ່ເຂັ້ມງວດ ສົ່ງຜົນໃຫ້ມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະ ເງິນລົງທຶນຈາກຕ່າງປະເທດ ບໍ່ທັນເຂົ້າມາປະເທດ ຕາມລະບຽບການ.

ພ້ອມກັນນີ້, ຍັງມີການເຄື່ອນໄຫວທຸລະກໍາເງິນຕາຕ່າງປະເທດ ລວມທັງການແລກປ່ຽນເງິນຕາ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ເງິນຕາ ເຂົ້າສູ່ລະບົບທະນາຄານໜ້ອຍ ພາໃຫ້ຄວາມສາມາດໃນການສະໜອງເງິນຕາຕ່າງປະເທດຫຼຸດລົງ ໃນສະພາບທີ່ລາຄາສິນຄ້ານໍາເຂົ້າ ໄດ້ເພີ່ມຂຶ້ນສູງຫຼາຍ ນອກເໜືອຈາກພັນທະໜີ້ສິນຕໍ່ຕ່າງປະເທດ.

ພື້ນຖານເສດຖະກິດຂອງລາວ ຍັງຕ້ອງ ການເວລາໃນການຟື້ນຕົວ ໃນການສ້າງຄວາມເຂັ້ມແຂງໃຫ້ຫຼາຍຂຶ້ນ ເພື່ອໃຫ້ປະເທດສະສົມລາຍຮັບ ທີ່ເປັນເງິນຕາຕ່າງປະເທດ ໃຫ້ສົມດຸນກັບລະດັບຄວາມຕ້ອງການໃນການຊໍາລະ ຄ່ານໍາເຂົ້າສິນຄ້າ-ການບໍລິການ ແລະ ຊໍາລະໜີ້ສິນ ໃຫ້ຕ່າງປະເທດທີ່ຍັງຢູ່ໃນລະດັບສູງ.

ໄລຍະ 4 ເດືອນຕົ້ນປີ 2022 ເຖິງວ່າຕົວເລກມູນຄ່າດຸນການຄ້າດ້ານສິນຄ້າຂອງ ສປປ ລາວ ໄດ້ເກີນດຸນຢູ່ໃນລະດັບ 589,66 ລ້ານໂດລາ ດີກວ່າໄລຍະດຽວກັນຂອງປີຜ່ານມາ ເກືອບ 50%, ແຕ່ໃນນີ້ມີພຽງແຕ່ 33% ຂອງມູນຄ່າການສົ່ງອອກເທົ່ານັ້ນ ທີ່ໄດ້ໂອນເຂົ້າມາປະເທດຜ່ານລະບົບທະນາຄານ, ໃນຂະນະທີ່ 98% ຂອງມູນຄ່າການນໍາເຂົ້ານັ້ນ ໄດ້ມີການໂອນອອກຜ່ານລະບົບທະນາຄານ

ເຮັດໃຫ້ພວກເຮົາໄດ້ປະເຊີນກັບສະພາບການມີກະແສເງິນອອກປະເທດ ຜ່ານລະບົບທະນາຄານຫຼາຍກວ່າມີກະແສເງິນເຂົ້າປະເທດ ຜ່ານລະບົບທະນາຄານ ໃນລະດັບທີ່ຫຼາຍກວ່າໄລຍະດຽວກັນຂອງປີຜ່ານມາ ເຖິງ 143% ເຊິ່ງສະພາບດັ່ງກ່າວ ໄດ້ສົ່ງຜົນກະທົບເຮັດໃຫ້ທະນາຄານທຸລະກິດສາມາດເກັບຊື້ເງິນຕາຕ່າງປະເທດ ໄດ້ໜ້ອຍກວ່າມູນຄ່າການສົ່ງອອກ ແລະ ມູນຄ່າການລົງທຶນຈາກຕ່າງປະເທດຫຼາຍ,

ແຕ່ຄວາມຮຽກຮ້ອງຕ້ອງການເງິນຕາຕ່າງປະເທດຂອງທົ່ວສັງຄົມ ເພື່ອການຊໍາລະສະສາງກັບຕ່າງປະເທດ ຍັງສືບຕໍ່ຢູ່ໃນລະດັບສູງ.

ນອກຈາກນີ້, ຄວາມບໍ່ສົມດຸນລະຫວ່າງລະດັບຄວາມຕ້ອງການ ແລະ ການສະໜອງເງິນຕາຕ່າງປະເທດຢູ່ພາຍໃນປະເທດເຮົາ ທີ່ຍັງສືບຕໍ່ສູງຂຶ້ນ, ການປະຕິບັດລະບຽບກົດ ໝາຍຕິດພັນກັບການຄຸ້ມຄອງ ເງິນຕາຕ່າງປະເທດທີ່ບໍ່ທັນຮັດກຸມ; ການເໜັງຕີງຂອງຄ່າເງິນກີບ ຍັງໄດ້ຮັບຜົນກະທົບຫຼາຍຈາກຈິດຕະສາດ ຂອງປະຊາຊົນໃນສັງຄົມ

ທີ່ກໍາລັງແຕກຕື່ນ ຍ້ອນມີຄວາມກັງວົນຫຼາຍເກີນເຫດ ຕໍ່ສະພາບທີ່ເກີດຂຶ້ນຢູ່ສາກົນ ແລະ ຕໍ່ບາງສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ ການປະກາດອັດຕາແລກປ່ຽນ ແລະ ການແລກປ່ຽນເງິນຕາແບບບໍ່ສອດຄ່ອງ ກັບລະບຽບກົດໝາຍໃນແຕ່ລະວັນ ທີ່ໄດ້ເປັນການຖ່ວງດຶງຄວາມເຊື່ອໝັ້ນຕໍ່ສະກຸນເງິນຂອງຊາດ ຕໍ່ຄວາມເປັນຊາດໃຫ້ຕໍ່າລົງ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page