ການຕະຫຼາດສຸດຍອດ! ຊື້ລົດແຖມງົວໃຫ້ໄປລ້ຽງເລີຍ
ເມື່ອອາທິດທີ່ຜ່ານມາ ຜູ້ສື່ຂ່າວຂອງຊ່ອງໄທລາຍງານວ່າ: ຮ້ານຂາຍລົດແຫ່ງໜຶ່ງໃນ ຈັງຫວັດສຸຣິນ ປະເທດໄທ ຈະມີປ້າຍຕິດຢູ່ໜ້າລົດວ່າຊື້ລົດແຖມງົວ1ໂຕ ຈຶ່ງເປັນທີ່ສະດຸດຕາສຳຫຼັບຄົນຜ່ານໄປມາແຖວນັ້ນ

ຜູ້ສື່ຂ່າວຈຶ່ງລົງໄປກວດສອບຖາມກັບພະນັກງານວ່າມີການແຈກງົວແທ້ຫຼືບໍ່ ແລະ ກໍ່ໄດ້ຄຳຕອບວ່າມີການແຈກງົວແທ້ ເຊິ່ງມີມາຕັ້ງແຕ່ດົນ ໂດຍໃຫ້ລູກຄ້າໄປເລືອກງົວໄດ້ທີ່ຕະຫຼາດນັດງົວ ແລະ ພະນັກງານຍັງໄດ້ບອກອີກວ່າຕັ້ງແຕ່ຈັດໂປຼໂມຊັ່ນນີ້ມາສ່ວນຫຼາຍຈະແມ່ນຊາວກະເສດຕະກອນໃຫ້ຄວາມສົນໃຈຫຼາຍ
ບໍ່ວ່າຈະຊື້ສົດຫຼືຜ່ອນກໍ່ແຖມງົວໃຫ້ຟຣີໆໄປເລີຍ ແລະ ໂປຣໂມຊັນນີ້ຈະມີໄປຕໍ່ອີກບໍ່ມີກຳນົດ ເພາະວ່າຍອດຂາຍພຸ່ງຂຶ້ນຫຼາຍເກີນຄາດ