ຄົນອື່ນມາດູຖູກເຮົາ ຍັງບໍ່ເຈັບເທົ່າຄົນໃນຄອບຄົວດູຖູກກັນເອງ
ບາງຄັ້ງເຮົາກໍ່ບໍ່ສົນດອກວ່າຄົນອື່ນຈະຄິດກັບເຮົາແນວໃດ ຈະດ່າຈະວ່າໃຫ້ເຮົາເສຍຫາຍຫຍັງ ເຮົາກໍບໍ່ຢາກຫຍຸ້ງເພາະມັນບໍ່ໄດ້ມີຜົນຫຍັງກັບຊີວິດເຮົາ ເຮົາເລີຍບໍ່ຈຳເປັນຕ້ອງສົນເທົ່າໃດ
ແຕ່ບາງຄັ້ງຄົນໃກ້ຕົວເຮົາ
ຄົນທີ່ເຮົາຄິດວ່າເຮົາຮັກເຂົາ ແລະເຂົາກໍຮັກເຮົາ ຄົນທີ່ປຽບເໝືອນເປັນຄອບຄົວຂອງເຮົາ ມາດູຖູກເຮົາມັນເຈັບຫຼາຍກວ່າ ຢ່າງໜ້ອຍຕໍ່ໃຫ້ຄົນໝົດໂລກນີ້ ບໍ່ມີໃຜເຂົ້າມໃຈເຮົາ ແຕ່ຍາດພີ່ນ້ອງຫຼືຄອບຄົວເຮົາເຂົ້າໃຈເຮົາມັນກໍ່ໜ້າຈະພຽງພໍແລ້ວ
ແຕ່ຖ້າມາຖືກຍາດພີ່ນ້ອງຫຼືຄົນໃນຄອບຄົວດູຖູກອີກເປັນໃຜກໍທົນບໍ່ໄຫວດອກ
ປົກກະຕິແລ້ວຄຳວ່າຄອບຄົວກໍຄືຄົນທີ່ສາຍສຳພັນທີ່ແໜ້ນແຟ້ນຫຼາຍເປັນພິເສດ ກໍຄວນຈະຊ່ວຍເຫຼືອຫຼືໃຫ້ກຳລັງໃຈກັນ ບໍ່ແມ່ນດູຖູກຫຼືຕັດພໍ້ກຳລັງໃຈ
ຖ້າເປັນຄົນນອກຫຼືຄົນທີ່ເຮົາຮູ້ຈັກພຽງຜິວເຜີນມາດູຖູກເຮົາ ເຮົາກໍຍັງເສີຍໆ ແຕ່ຖ້າເປັນຄົນໃນຄອບຄົວຄົນທີ່ເຮົາຮັກ ຄົນທີ່ເຮົາໄວ້ເນື້ອເຊື່ອໃຈ ມາດູຖູກແບບນີ້ ບໍ່ວ່າໃຜກໍບໍ່ໂອເຄກັນທັ້ງນັ້ນແຫຼະ
ການດູຖູກຄົນອື່ນບໍ່ໄດ້ເຮັດໃຫ້ເຮົາເບິ່ງສູງຂຶ້ນ ແຕ່ໃນທາງກັບກັນມັນເຮັດໃຫ້ຄົນອື່ນ ຮູ້ວ່າ “ ກຳພືດ” ຂອງເຮົາເປັນແບບໃດຕ່າງຫາກ..ຢ່າໄປດູຖູກໃຜເລີຍ.