ນັກຮົບອາຊັອຟໃນໂຮງງານເຫຼັກທະຍອຍກັນອອກມາຍອມຈຳນົນຣັດເຊຍເລື້ອຍໆ
ນັກຮົບອາຊອຟນາໂຕ ໃນໂຮງງານເຫຼັກອາຊອຟສຕານ ທະຍອຍກັນອອກມາຍອມເລື້ອຍໆ ສະເພາະ 24 ຊົ່ວໂມງມານີ້ ອອກມາແລ້ວ 694 ຄົນ ແລະນັບແຕ່ວັນຈັນມາ ລວມມີ 959 ຄົນແລ້ວ ໃນນີ້ ມີຜູ້ບາດເຈັບ 80 ຄົນ ຕ້ອງສົ່ງໂຮງໝໍ

ສ່ວນເຊເລນສກີ ກໍອອກມາລາຍສົດ ສະແດງຄວາມປາບປື້ມດີໃຈ ສົມບົດສົມບາດ ວ່າກອງກຳລັງຂອງຕົນ ສາມາດຕີຖອຍຝ່າຍຣັສເຊຍ ອອກຈາກເມືອງຄາຣ໌ຄິຟ ໄດ້ສຳເລັດ ແລະຍູ້ດັນພວກນັ້ນໄປຈົນພົ້ນຊາຍແດນພວກເຂົາ.

ທັງນີ້ ກໍເພື່ອໃຫ້ສະຫະລັດ ແລະນາໂຕ ຜູ້ໃຫ້ທຶນອຸບປະຖຳ ໄດ້ໄວ້ໃຈໃນຝີມືການບັນຊາຕໍ່ສູ້ຂອງເຂົາ ຈະໄດ້ໂອນມາໃຫ້ອີກຕິດໆ.. ເຊິ່ງຕອນນີ້ ເຊ ບອກວ່າການໃຊ້ຈ່າຍໃນດ້ານຕ່າງໆທີ່ພໍພຽງຂອງເຂົາ ຕ້ອງການໃຫ້ຊ່ວຍຢູ່ທີ່ 7.000 ລ້ານດອລລາຣ໌ ຕໍ່ເດືອນ.

ທີ່ມາ: ສາຍຂ່າວ