ແຫໜຶ່ງດາງລ້ຽງຊິວິດໄດ້ທັງຄອບຄົວ!
18 ກຸມພາ 2023, ຊາຍຊາວປະສົງຄົນຫນຶ່ງບອກວ່າ“ ຊີວິດບໍ່ສໍາຜັດກັບຄໍາວ່າໄດ້ກິນແຊນສິສ,ນັ່ງຫ້ອງແອ ແລະ ໃສ່ໂສ້ງຢີນແຊມໂກ້ ແຕ່ຊີວິດກັບມີຄວາມສຸກເກີນກວ່າສິ່ງອື່ນໃດ…ເມື່ອໄດ້ຈັບແຫຫນຶ່ງດາງລ່າປາຈາກນໍ້າຂອງໄດ້ລ້ຽງຄົນທັງຄອບຄົວພໍ່ແມ່ ແລະ ລູກຢ່າງອົບອຸ່ນ…

ບາງຄັ້ງເຖິງແມ່ນຊີວິດຈະລໍາບາກບໍ່ມີເງິນຫລາຍ ແຕ່ຢ່າງຫນ້ອຍກໍເຮັດໃຫ້ທຸກມີຊີວິດໆ, ກິນອາຫານແຊບໆປອດສານພິດໄດ້ນໍ້າເອົາຜັກຈາກສວນປູກເອງໃສ່ຂີ້ງົວ ແລະ ຫາປາຈາກນໍ້າຂອງທີ່ໃຫ້ຄຸນຄ່າທາງສຸຂະພາບ.

ປັດຈຸບັນທັງພໍ່ທັງແມ່ອາຍຸເກືອບ 80 ປີ ແຕ່ຍັງແຂງແຮງ.

ນີ້ຄືສະເໜ່ຊີວິດແບບພື້ນບ້ານຂອງຊາວ ສີ່ພັນດອນ ເມືອງໂຂງ ແຂວງຈໍາປາສັກ ດິນແດນໃຕ້ສຸດ ສປປ ລາວ.
