ມະຫາເສດຖີປາກິສຖານ ຊື້ເຮືອບິນສູ້ຮົບໃຫ້ກັບປະເທດຢູເຄຣນ
ມະຫາເສດຖີຊາວປາກິສຖານ ໂມຮຳມັດ ຊາຮໍ (Mohammad Zahoor) ໄດ້ມອບເຮືອບິນສູ້ຮົບໃຫ້ກັບຢູເຄຣນ ເພື່ອຊ່ວຍໃນການສູ້ຮົບ ໃນຂະນະທີ່ການບຸກລຸກຂອງຣັດເຊຍ ໃນປະເທດຍັງສືບຕໍ່.
ໃນວັນພຸດທີ່ຜ່ານມານີ້ ແຫຼ່ງຂ່າວທີເອສເອັນ ໄດ້ລາຍງານວ່າ ຊາຮໍ ແລະ ໝູ່ ໄດ້ຊ່ວຍຢູເຄຣນໃນການຕໍ່ສູ້ກັບຣັດເຊຍແບບມິດງຽບ ແລະ ໄດ້ຊື້ເຮືອບິນສູ້ຮົບໃຫ້ກັບຢູເຄຣນເຖິງ 2 ລຳ.
ນັບຕັ້ງແຕ່ສົງຄາມຣັດເຊຍ – ຢູເຄຣນໃນທ້າຍເດືອນກຸມພາ,
ຊາຮໍ ເຄີຍອາໄສຢູ່ໃນຢູເຄຣນ ແລະ ເປັນອະດີດເຈົ້າຂອງໜັງສືພິມ Kyiv Post ຂອງຢູເຄຣນ, ໄດ້ຊຸກຍູ້ເພື່ອຮັບປະກັນການອົບພະຍົບພົນລະເມືອງຂອງຢູເຄຣນໃຫ້ປອດໄພ, ອີງຕາມການລາຍງານຂອງ Khaleej Times.
ຕາມການລາຍງານໄດ້ກ່າວວ່າ ມະຫາເສດຖີໄດ້ເກີດທີ່ເມືອງກາລາຈີ ແລະ ໄດ້ພະຍາຍາມລະດົມທຶນ ເພື່ອຊ່ວຍອົບພະຍົບຄົນອອກໄປເຂດອື່ນໆຂອງເອີຣົບ. ທ່ານ ຊາຮໍ ໄດ້ສືບຕໍ່ພົບປະກັບ ປະມຸກລັດ ແລະ ຜູ້ມີອິດທິພົນອື່ນໆ ເພື່ອຮັບປະກັນການເດີນທາງຢ່າງປອດໄພໃຫ້ແກ່ຊາວຢູເຄຣນ.
ພວກເຂົາຍັງຮຽກຮ້ອງໃຫ້ທົ່ວໂລກເຂົ້າຂ້າງ ແລະ ຊ່ວຍເຫຼືອຢູເຄຣນ ໃນຂະນະທີ່ມີການຕໍ່ສູ້ຈາກການຮຸກຮານຂອງຣັດເຊຍ.