ອຢ ແຂວງຫລວງພະບາງ ກວດພົບສານເຄມາຟໍມາລິນ ໃນອາຫານທະເລສົດບາງປະເພດ

ອຢ ແຂວງຫລວງພະບາງ ກວດພົບສານເຄມາຟໍມາລິນ (ນໍ້າຢາດອງຊາກສົບ) ໃນອາຫານທະເລສົດບາງປະເພດ

ວັນທີ 17 ກຸມພາ 2023, ທາງທີມງານອາຫານ ແລະ ຢາ ແຂວງ ຫລວງພະບາງ ໄດ້ລົງຕິດຕາມຊຸກຍູ້ຜູ້ປະກອບການຊາວຄ້າຂາຍຕາມຕະຫລາດໃນເທສະບານແຂວງ ເພື່ອກັດກັ້ນການຄ້າຂາຍເຖື່ອນ-ຄ້າຂາຍນອກລະບົບທຸກຮູບແບບ,

ການຂາຍ ແລະ ສະໜອງອາຫານໃຫ້ແກ່ສັງຄົມບໍ່ມີຄວາມປອດໄພ, ບໍ່ໄດ້ມາດຕະຖານ, ເຈືອປົນ, ປົນເປື້ອນສານເຄມີ ຫລື ໝົດອາຍຸການບໍລິໂພກ. ແຕ່ສາມາດກວດພົບສານເຄມາຟໍມາລິນ ທີ່ປົນເປື້ອນ (ນໍ້າຢາດອງຊາກສົບ) ຢູ່ໃນອາຫານທະເລສົດບາງປະເພດ.

ດັ່ງນັ້ນຈຶ່ງເຕືອນໃຫ້ພໍ່ແມ່ປະຊາຊົນຜູ້ບໍລິໂພກອານຫານທະເລຄວນລະວັງໃນການເລືອກຊື້ມາບໍລິໂພກ ເພື່ອຮັບປະກັນໃຫ້ສຸຂະພາບຂອງຄົນເຮົາໃນສັງຄົມ.

Cr:Soudaphone Sibounheuang
ຂ່າວຮູບພາບລາວພັດທະນາ

Leave a Reply

Your email address will not be published. Required fields are marked *

You cannot copy content of this page