5 ວິທີປະຕິເສດຄົນຢືມເງີນ ແບບບໍ່ເສຍນໍ້າໃຈ

5 ວິທີປະຕິເສດຄົນຢືມເງີນ ແບບບໍ່ເສຍນໍ້າໃຈ

1.ສະແດງອອກຊັດເຈນວ່າບໍ່ໃຫ້ຢືມເງີນ: ວິທີຮັບມືໝູ່ເພື່ອນຢືມເງີນ ວິທີທຳອິດບອກໃຫ້ຊັດເຈນໄປເລີຍ ວ່າບໍ່ໃຫ້ໃຜຢືມເງີນ ຕັ້ງແຕ່ຕົ້ນບໍ່ວ່າຈະເປັນໝູ່ເພື່ອນຫຼືຍາດພີ່ນ້ອງເມື່ອເຮົາຊັດເຈນວ່າບໍ່ໃຫ້ຢືມເງີນຕັ້ງແຕ່ທຳອິດມັນກໍງ່າຍທີ່ຈະ

ປະຕິເສດໂດຍບໍ່ຈຳເປັນ ຕ້ອງມີຂໍ້ອ້າງຫຼືເຫດຜົນຫຍັງ ອີກວິທີນີ້ເໝາະກັບຄົນທີ່ມີວິໄນໃນການໃຊ້ຊີວິດລະດັບໜື່ງຄືເພິ່ງພາຕົນເອງເປັນ ຮູ້ຈັກດູແລຕົນເອງ ເພາະຖ້າເຮົາບໍ່ໃຫ້ໃຜຢືມເຮົາກໍບໍ່ຄວນໄປຢືມເງີນຄົນອື່ນເຊັ່ນກັນ.

2. ສະເໜີຄວາມຊ່ວຍເຫຼຶອໃນຮູບແບບອື່ນ: ນອກຈາກຄຳເວົ້າວ່າ “ ບໍ່” ເຮົາສາມາດຊ່ວຍເຫຼືອໝູ່ເພື່ອນຢືມເງີນຫຼືຄົນທີ່ມາຢືມເງີນ ໃນຮູບແບບອື່ນໄດ້ເຊັ່ນ: ຖ້າພວກເຂົາບໍ່ມີເງີນເພາະບໍ່ມີວຽກເຮັດງານທຳກໍຊ່ວຍຫາວຽກງານໃຫ້ເຂົາເຮັດ ເພື່ອເຂົາຈະໄດ້ປະຢັດເງີນຫຼືຫາວິທີກູ້ເງີນວິທີອື່ນໃຫ້ພວກເຂົາແທນເຊັ້່ນ: ກູ້ຢືມນຳທະຍາຄານເປັນຕົ້ນ ແຕ່ສ່ວນໃຫຍ່ຄົນທີ່ມາຂໍຢືມເງີນເຮົາ ຖ້າບໍ່ໄດ້ເງີນພວກເຂົາອາດຈະບໍ່ຕ້ອງການວິທີຫຼືຄວາມຊ່ວຍເຫຼືອກແບບອື່ນ

3.ເວົ້າໂດຍກົງແລະສັ້ນໆ: ຕອນທີ່ບອກປະຕິເສດໝູ່ເພື່ອນຢືມເງີນ ບໍ່ຕ້ອງອາທິບາຍສະຖານະທາງການເງີນຂອງເຮົາເຊັ່ນ:ຕອນນີ້ຂ້ອຍມີແຜນໃຊ້ເງີນຮຽນຕໍ່ໂທດ້ານບໍລິຫານທຸລະກິດ ຂ້ອຍຈະເອົາເງີນໄປສັນຍະກຳທີ່ເກົາຫຼີແລະອື່ນໆ

ບໍ່ໃຫ້ກໍຄືບໍ່ໃຫ້ ຄົນຢືມເງີນຢາກໄດ້ພຽງເງີນຖ້າບໍ່ໄດ້ເງີນກໍບໍ່ຕ້ອງອະທິບາຍຫຍັງທັ້ງນັ້ນແລະເປັນສິດຂອງເຮົາທີ່ຈະບໍ່ເວົ້າ ແຕ່ຖ້າຢ້ານບົດສົນທະນາຈະຕັດຕອນກັນເກີນໄປລອງປະຕິເສດແບບສຸພາບເບິ່ງ “ຂ້ອຍບໍ່ມີເງີນພໍໃຫ້ໃຜຢືມໄດ້ເລີຍຊ່ວງນີ້”, “ຂ້ອຍບໍ່ຄ່ອຍສະບາຍໃຈເລື່ອງການໃຫ້ຢືມເງີນ” , “ຂໍໂທດເດີໃຫ້ຢືມບໍ່ໄດ້ແທ້ໆ”

4.ໃຫ້ຢືມແບບບໍ່ຫວັງໄດ້ຄືນ: ຖ້າຮູ້ສຶກວ່າໝູ່ເພື່ອນຢືມຫຼືຄົນຢືມເງີນຄົນນີ້ ເຮົາຕ້ອງຊ່ວຍແທ້ໆ ບໍ່ໃຫ້ບໍ່ໄດ້ແທ້ໆ ລອງຫາວິທີໃຫ້ແບບທີ່ເຮົາຄິດວ່າໃຫ້ ເງີນເປັນຂອງຂັວນໄປເລີຍເຊັ່ນ: ໃກ້ວັນເກີດຂອງໝູ່ເພື່ອນຢືມເງີນຫຼືຄົນຢືມເງີນຄົນນີ ກໍໃຫ້ເງີນເຂົາແລ້ວບອກໄປວ່າໃຫ້ເປັນຂອງຂັວນວັນເກີດ

5.ຂໍເວລາຕັດສິນໃຈ: ບາງກໍລະນີກໍຍາກທີ່ຈະເວົ້າວ່າໃຫ້ຢືມເງີນບໍ່ໄດ້ເຊັ່ນ: ໝູ່ເພື່ອນສະໜິດ,ພີ່ນ້ອງຫຼືຄົນໃນຄອບຄົວທີ່ຕ້ອງພົບໜ້າກັນທຸກມື້ ຖ້າຮູ້ສຶກຖືກຕ້ອນທຸກໝົດທາງອອກລອງຂໍເວລາຄົນຢືມເງີນວ່າ ຂໍຂ້ອຍຄິດເບິ່ງກ່ອນ ການຢືມເງີນເປັນເລື່ອງໃຫຍ່ ພວກເຂົາເອງກໍຮູ້ດີບໍ່ດັ່ງນັ້ນບໍ່ແບກໜ້າມາຂໍຢືມເງີນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page