ວ່າແນວໃດ? ນ້ຳກ້ອນໄດ້ມີການຂຶ້ນລາຄາແລ້ວ.

ວ່າແນວໃດ? ນ້ຳກ້ອນໄດ້ມີການຂຶ້ນລາຄາແລ້ວ.

ກຸ່ມນ້ຳກ້ອນນະຄອນຫຼວງວຽງຈັນ ໄດ້ແຈ້ງປັບລາຄານ້ຳກ້ອນໃໝ່ ອີງຕາມການປັບໂຄງສ້າງລາຄາໄຟໃໝ່ຂອງໄຟຟ້າລາວ ແລະ ອີງຕາມເງິນເຟີ້ ເງິນກີບອ່ອນຄ່າ.

ໃນວັນທີ 20 ກຸມພາ 2023, ກຸ່ມນ້ຳກ້ອນນະຄອນຫຼວງວຽງຈັນ ໄດ້ແຈ້ງເຖິງຜູ້ບໍລິໂພກ ແລະ ຜູ້ຕິດພັນກັບການນຳໃຊ້ນ້ຳກ້ອນເຂົ້າໃນການຄ້າຂາຍຊາບທົ່ວເຸິງກັນວ່າ: ທາງກຸ່ມນ້ຳກ້ອນຈະໄດ້ປັບລາຄານ້ຳກ້ອນຈາກ 1 ເປົາ = 20kg/12,000ກີບ ມາເປັນ 1 ເປົາ = 20kg/15,000ກີບ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນທີ່ຕິດພັນກັບການນຳໃຊ້ນ້ຳກ້ອນໄດ້ຮັບຊາບ ແລະ ເຂົ້າໃຈນຳຄວາມຈຳເປັນໃນການປັບຂຶ້ນລາຄາໃນຄັ້ງນີ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page