ວາວ! ລາວຕິດອັນດັບ1 ຄ່າໃຊ້ຈ່າຍຖືກສຸດ ໃນການທ່ອງທ່ຽວ
ສໍານັກພິມ Kiplinger ຢູ່ລັດ Washington, D.C. ຂອງອາເມລິກາ ລາຍງານວ່າ ສປປ ລາວ ມີຄ່າໃຊ້ຈ່າຍຖືກສຸດ ໃນການທ່ອງທ່ຽວ 2023 ໂດຍ ມີຄ່າໃຊ່ຈ່າຍ ໃນແຕ່ລະມື້ ສະເລ່ຍ ທີ່ $15, ຄ່າທີ່ພັກສະເລ່ຍ $8 ແລະ ຄ່າອາຫານສະເລ່ຍ $5.

ສໍານັກພິມ Kiplinger ລາຍງານ Top 10 ປະເທດທີ່ມີຄ່າໃຊ້ຈ່າຍຖືກ ໃນການທ່ອງທ່ຽວ 2023 ໂດຍໃນການຈັດອັນດັບ ໄດ້ລາຍງານວ່າ ສປປ ລາວ ເປັນປະເທດບໍ່ມີທາງອອກສູ່ທະເລ ແຕ່ມີ ເກາະດອນ 4.000 ແຫ່ງ ໃນເຂດແມ່ນໍ້າຂອງ,

ມີນໍ້າຕົກທີ່ສວຍງາມ, ເປັນປະເທດ ທີ່ຍັງບໍ່ມີການລົບກວນຫຼາຍ ຈາກການພັດທະນາ ແລະ ຍັງມີທໍາມະຊາດທີ່ສວຍງາມຫລົງເຫຼືອຢູ່. ນອກຈາກນີ້ຍັງມີວັດທີ່ສວຍງາມ, ມີບ່ອນຮຽນແຕ່ງອາຫານ, ມີການປີນເຂົາ, ເຂົ້າຖໍ້າ ເຂົ້າປ່າ ທີ່ໜ້າຄົ້ນຫາ.