ເມື່ອຟິນແລນແລະສະວີເດັນເຂົ້າກຸ່ມນາໂຕຈະເຮັດໃຫ້ເອີຣົບບໍ່ມີຄວາມໝັ້ນຄົງແນ່ນອນ

ເມື່ອຟິນແລນແລະສະວີເດັນເຂົ້າກຸ່ມນາໂຕຈະເຮັດໃຫ້ເອີຣົບບໍ່ມີຄວາມໝັ້ນຄົງແນ່ນອນ

ແຟງລັງແລະຊູແອດສະໝັກເຂົ້າເປັນສະມາຊິກກຸ່ມນາໂຕຈະເຮັດໃຫ້ເອີຣົບບໍ່ມີຄວາມໝັ້ນຄົງທີ່ແນ່ນອນ
ວັນທີ 17 ພຶດສະພານີ້ຕາມເວລາທ້ອງຖິ່ນ, ຊູແອດ ແລະ ແຟງລັງ ໄດ້ຮ່ວມກັນຖະແຫຼງວ່າ:

ສອງປະເທດຈະຍື່ນໃບສະໝັກເຂົ້າເປັນສະມາຊິກກຸ່ມນາໂຕໃນວັນທີ 18 ພຶດສະພານີ້. ກ່ອນໜ້ານີ້, ທ່ານເຈນສ ສະໂຕນເທນເບີກ ເລຂາທິການໃຫຍ່ກຸ່ມນາໂຕກ່າວວ່າ: ກຸ່ມນາໂຕຈະ “ຍິນດີ” ຮັບເອົາຊູແອດ ແລະ ແຟງລັງເຂົ້າເປັນສະມາຊິກກຸ່ມນາໂຕ.

ເມື່ອຫວນຄືນປະຫວັດສາດ, ຕະຫລອດໄລຍະ 70 ກວ່າປີທີ່ຜ່ານມາ, ແຟງລັງໄດ້ມີຖານະເປັນກາງ ແລະ ປະເທດຊູແອດກໍມີຖານະເປັນກາງມາເປັນເວລາ 200 ກວ່າປີແລ້ວ.

ສອງປະເທດໄດ້ປະຖີ້ມຖານະເປັນກາງຂອງຕົນໃນປັດຈຸບັນ ເຊິ່ງຈະເຮັດໃຫ້ສະພາບຄວາມໝັ້ນຄົງຂອງເອີຣົບ ທີ່ເຄີຍມີຄວາມສະຫງົບມາດົນຫລັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ ຈະບໍ່ມີຄວາມໝັ້ນຄົງອີກ ແລະ ບໍ່ມີຄວາມແນ່ນອນ.

ທ່ານໂທນີ ຟາງ ສາສະດາຈານຈາກວິທະຍາໄລການຄ້າຂອງມະຫາວິທະຍາໄລສະໂຕກໂຮມ ປະເທດຊູແອດກ່າວວ່າ: “ທະເລບານຕິກຈະກາຍເປັນແນວໜ້າຂອງການເປັນປໍລະປັກກັນລະຫວ່າງກຸ່ມນາໂຕກັບຣັດເຊຍ, ຊູແອດແລະແຟງລັງຈະມີຄວາມສ່ຽງເພີ່ມຂຶ້ນທີ່ຈະຖືກດຶງເຂົ້າໄປສູ່ສະພາບການປະທະກັນທາງການທະຫານ.”

ທ່ານວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວວ່າ: ການທີ່ແຟງລັງແລະຊູແອດເຂົ້າເປັນສະມາຊິກຂອງກຸ່ມນາໂຕ ຈະບໍ່ເປັນ “ໄພຂົ່ມຂູ່ໂດຍກົງ” ຕໍ່ຣັດເຊຍ, ແຕ່ເມື່ອໃດຖ້າກຸ່ມນາໂຕຂະຫຍາຍສິ່ງກໍ່ສ້າງທາງການທະຫານຢູ່ສອງປະເທດດັ່ງກ່າວ, ຣັດເຊຍຈະຕອບໂຕ້ຄືນ, “ມາດຕະການຕອບໂຕ້ລະອຽດຈະຂຶ້ນກັບຂະໜາດຂອງໄພຂົ່ມຂູ່ທີ່ມີຕໍ່ຣັດເຊຍ.”

ທີ່ມາ: ວິເຄາະສະຖານະການ

Leave a Reply

Your email address will not be published. Required fields are marked *

You cannot copy content of this page