ຊົມເຊີຍ!ເຈົ້າໜ້າທີ່ປາບປາມລົດຫຼູແລະລົດໄຟຟ້ານຳເຂົ້າບໍ່ຖືກຕ້ອງມາດຳເນີນຄະດີ
ຊົມເຊີຍ! ເຈົ້າໜ້າທີ່ພາສີພະແນກ ພສປ ຕິດຕາມ-ກວດກາລົດນໍາເຂົ້າບໍ່ຖືກຕ້ອງມາດຳເນີນຄະດີ, ປະຈຸບັນການລັກລອບນໍາເຂົ້າລົດຫຼູ ແລະ ລົດໄຟຟ້າ ລົບຫຼີກພາສີພວມຝົດຟື້ນ ໃນວັນທີ 15 ກຸມພາ 2023 ທີ່ຜ່ານມານີ້, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ

ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນາເຕີຍ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີລົດລາກ 22 ລໍ້ບັນທຸກລົດຈົກ 2 ຄັນມາແຕ່ແຂວງບໍ່ແກ້ວແລ່ນມາຕາມເສັ້ນທາງເມືອງຫຼວງນ້ຳທາ-ເມືອງນາໝໍ້ ແຂວງອຸດົມໄຊ.

ເຈົ້າໜ້າທີ່ພາສີພະແນກ ພສປ, ຈຶ່ງໄດ້ອອກຕິດຕາມ ແລະ ກວດກາ, ຜ່ານການກວດກາເຫັນວ່າ: ບໍ່ມີເອກະສານອະນຸຍາດນຳເຂົ້າ, ເປັນລົດນໍາໃຊ້ບໍ່ຖືກເປົ້າໝາຍ, ບໍ່ມີເອກະສານເສຍພາສີ-ອາກອນ ແລະ ພັນທະອື່ນໆ. ດັ່ງນັ້ນ, ຈຶ່ງໄດ້ນໍາເອົາລົດທັງ 2 ຄັນມາມອບໃຫ້ພາສີປະຈຳແຂວງຫຼວງນໍ້າທາ, ເພື່ອດຳເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການຕໍ່ໄປ.

ສ່ວນໃນວັນທີ 18 ກຸມພາ 2023 ຜ່ານມານີ້, ເຈົ້າໜ້າທີ່ພາສີພະແນກສືບ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນາເຕີຍ , ໄດ້ສົມທົບກັບເຈົ້າໜ້າທີ່ປະຈຳດ່ານພາສີສາກົນບໍ່ເຕັນ, ຕິດຕາມ ແລະ ກວດກາຕາມແຫຼ່ງຂ່າວລາຍງານວ່າ:

ມີລົດຈິບຍີ່ຫໍ້ BENZ ສີດຳ ແລະ ລົດເກັງຍີ່ຫໍ້ CAMRY ສີດຳ (ບໍ່ຕິດປ້າຍທະບຽນ) ຈອດຢູ່ໃນເຂດເສດຖະກິດພິເສດບໍ່ເຕັນແດນງາມ, ຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດລັກລອບນຳເຂົ້າແບບບໍ່ຖືກຕ້ອງ, ບໍ່ມີເອກະສານອະນຸຍາດນຳເຂົ້າເສຍພາສີ-ອາກອນ.
ດັ່ງນັ້ນ, ຈຶ່ງໄດ້ນຳລົດທັງ 2 ຄັນມາມອບໃຫ້ພາສີປະຈຳແຂວງຫຼວງນໍ້າທາເພື່ອດໍາເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການຕໍ່ໄປ.
ຂ່າວ: ກະຊວງການເງິນ.