ເຂດເສດຖະກິດບໍ່ເຕນກຽມເນື້ອທີ່ພັນກວ່າເຮັກຕາເພື່ອຮອງຮັບນັກລົງທຶນ

ເຂດເສດຖະກິດພິເສດບໍ່ເຕັນ ກຽມເນື້ອທີ່ພັນກວ່າເຮັກຕາເພື່ອຮອງຮັບນັກລົງທຶນ

ອີງຕາມຂໍ້ມູນຈາກ ຂປລ. ໃຫ້ຮູ້ວ່າ: ເຂດພັດທະນາເສດຖະກິດພິເສດ ບໍ່ເຕັນ ເມືອງ ແລະແຂວງຫລວງນ້ຳທາ ໄດ້ສໍາເລັດການບຸກເບີກເນື້ອທີ່ດິນ ແລະສາມາດດຶງດູດການລົງທຶນຈາກພາຍໃນ ແລະຕ່າງປະເທດ ເຂົ້າມາລົງທຶນແລ້ວ 260 ບໍລິສັດ ເຊິ່ງມີທຶນຈົດທະບຽນ 676,7 ຕື້ກວ່າກີບ.

ທ່ານ ຄອນທອງ ເລື່ອງຄຳມາ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຫລວງນ້ຳທາ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ, ເຂດພັດທະນາເສດຖະກິດພິເສດບໍ່ເຕັນແດນງາມ ໄດ້ສໍາເລັດການບຸກເບີກເນື້ອທີ່ດິນ ແລະປັບພື້ນທີ່ດິນພູໃຫ້ຮາບພຽງ ເພື່ອຮອງຮັບນັກລົງທຶນ ຜູ້ທີ່ມີຄວາມສົນໃຈເຂົ້າມາລົງທຶນໄດ້ 1.131 ເຮັກຕາ

ແລະຈັດແບ່ງການນຳໃຊ້ຕອນດິນ ອອກເປັນ 3ເຂດຄື: ເຂດເສດຖະກິດການຄ້າ ແລະການເງິນສາກົນ ມີເນື້ອທີ່ 266 ເຮັກຕາ; ເຂດວັດທະນະທໍາ ແລະທ່ອງທ່ຽວ ເຊິ່ງກວມເອົາເຂດສາທາລະນະສຸກ, ເຂດການສຶກສາ ແລະອື່ນໆ ມີເນື້ອທີ່ລວມ 732,6 ເຮັກຕາ ແລະເຂດຄ່ຽນຖ່າຍສິນຄ້າ (ໂລຈິສຕິກ) ເຊິ່ງລວມທັງເຂດອຸດສາຫະກໍາປຸງແຕ່ງ ມີເນື້ອທີ່ລວມ 133 ເຮັກຕາ.

ພ້ອມດຽວກັນນັ້ນ, ທ່ານ ຫົວໜ້າຄະນະຄຸ້ມຄອງຍັງໄດ້ເຊີນຊວນນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມພາຍໃນເຂດດັ່ງກ່າວ ແຕ່ຕ້ອງມີການລົງທະບຽນກວດເຊື້ອໂຄວິດ19 ແບບ ATKກ່ອນ.

ທີ່ມາ: CRI

Leave a Reply

Your email address will not be published. Required fields are marked *

You cannot copy content of this page