ສັງເກດເບິ່ງດີໆ! ທ້ອງໃຫຍ່ອາດບໍ່ແມ່ນລົງພຸງ ຫຼື ຖືພາ.

ສັງເກດເບິ່ງດີໆ! ທ້ອງໃຫຍ່ອາດບໍ່ແມ່ນລົງພຸງ ຫຼື ຖືພາ.

ຈາກທ່ານໝໍ Souligno Inthavong ໄດ້ມາແບ່ງປັນອາການຄົນເຈັບຜູ້ໜຶ່ງ ເຊິ່ງທ່ານໝໍໄດ້ເລົ່າວ່າ: ຄົນເຈັບຜູ້ຍິງ ອາຍຸ 15 ປີ ແຕ່ງງານແລ້ວ, ມາໂຮງໝໍເພາະຄິດວ່າຖືພາ ເພາະປະຈຳເດືອນບໍ່ມາ 3 ເດືອນ ບວກກັບທ້ອງໃຫຍ່ຂຶ້ນ, ອາການສົມທົບອິດເມື່ອຍຫາຍໃຈຍາກ,ຍ່ຽວດຸ.

ຜ່ານການກວດຍ່ຽວ(-) ເອໂກພົບຖົງນ້ຳໃຫຍ່ຂະໜາດບໍ່ສາມາດແທກໄດ້, ບໍລິເວນທ້ອງບໍ່ຮູ້ທີ່ຕັ້ງຊັດເຈນ.
ບົ່ງມັດຕິເບື້ອງຕົ້ນຄາດຄະເນເປັນ ຖົງນ້ຳຮັງໄຂ່ຂ້າງຊ້າຍ
Dx: Big left ovarian cyst

ຫຼັງຜ່າຕັດໄດ້ຖົງກ້ອນຖົງນ້ຳຂະໜາດໃຫຍ່, ບໍ່ສາມາດນຳອອກໄດ້ໃນຄາວດຽວ, ຈຶ່ງໄດ້ເຈາະດູດນ້ຳອອກສ່ວນໜຶ່ງແລ້ວຈຶ່ງນຳຖົງນ້ຳອອກ, ໄດ້ຖົງນ້ຳ ໜັກ 7kg ແລະ ການຜ່າຕັດເປັນໄປໄດ້ດ້ວຍດີ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page