ຊັອກກັບບາດ! ສາວຊື້ເຂົ້າປຸ້ນມາເຈີຈີ່ຈ້ຽມ
ເຫດການດັ່ງກ່າວເກີດຂຶ້ນທີ່ປະເທດໄທ ໃນວັນທີ 18 ກຸມພາ 2022 ທີ່ຜ່ານມາ, ໂດຍມີຜູ້ໃຊ້ເຟສບຸກຊື່ວ່າ: ลมหายใจ ที่มีค่า ໄດ້ໂພສຮູບລົງກຸ່ມ ฉะเชิงเทรา กินอะไรดี ໂດຍມີເນື້ອໃນລະບຸວ່າ: ມື້ນີ້ໝູ່ເພື່ອນຢູບ່ອນເຮັດວຽກ ຝາກຊື້ເຂົ້າປຸ້ນ ເຊິ່ງຊື້ມາຈາກລົດຈັກ ໂຕງເຕງ ທີ່ຊື້ປະຈຳຢູ່ໃນຮ່ອມ ຕົ້ນໂພແປດລິ້ວ,

ແຕ່ມື້ນີ້ພົບລາງວັນໃຫຍ່ຫຼາຍ ໝູ່ໄດ້ແກະຖົງເຂົ້າປຸ້ນ ແລ້ວເທລົງໃສ່ຈານ ໝູ່ໄດ້ຕົກໃຈແລ້ວຮ້ອງລັ່ນວ່າ ເຂົ້າປຸ້ນຈີ່ຈ້ຽມ ແລະ ມື້ນີ້ກໍມີຫຼາຍຖົງ ທີ່ຫຼາຍຄົນຄົງຈະກິນ ແຕ່ບໍ່ພົບໂຕ ແຕ່ໝູ່ທີ່ຝາກຊື້ແມ່ນພົບເຫັນເຕັມໆ ຢາກເບິ່ງຄວາມສະອາດ ກ່ອນຈະຂາຍໃຫ້ຜູ້ບໍລິໂພກດ້ວຍ.

ຫຼັງຈາກທີ່ໂພສດັ່ງກ່າວໄດ້ເຜີຍແຜ່ອອກໄປ ກໍມີຊາວເນັດເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍ ບາງຄວາມຄິດເຫັນກໍບອກວ່າ: ຕາຢ້ານ, ສານອາຫານ, ໂປຣຕີນ, ເຂົ້າປຸ້ນສູດໃໝ່ ເປັນຕົ້ນ.