ເດັກນ້ອຍ4ປີ ຖືກໝາລຸມກັດແມ່ນເສຍຊີວິດແລ້ວ

ເກີດເຫດສະຫຼົດໃຈ ເດັກນ້ອຍອາຍຸ 4 ປີເສຍຊີວິດ ຈາກການຖືກໝາລຸມກັດຢູ່ຫົນທາງໃນວັນອາທິດຜ່ານມາ.

ໃນວັນທີ 19 ກຸມພາ 2023 ທີ່ອິນເດຍມີການເຜີຍແພ່ວິດີໂອຈາກກ້ອງວົງຈອນ ທີ່ເດັກນ້ອຍຍ່າງຢູ່ຫົນທາງ ແລ້ວໝາຈຳນວນຫຼາຍກໍແລ່ນເຂົ້າມາກັດ ແລະ ລາກໄປມາ ເດັກນ້ອຍໄດ້ຮັບບາດເຈັບທີທ້ອງ ແລະ ເສຍຊີວິດກ່ອນທີ່ຈະຖືກນຳສົ່ງໂຮງໝໍ.

ພາຍຫຼັງທີ່ເຈົ້າໜ້າທີ່ເຂົ້າໄປກວດສອບ ພົບວ່າ ເດັກນ້ອຍຊື່ ພຣາດີບ (Pradeep) ອາຍຸ 4 ປີ ອາໄສຢູ່ໃນ Erukula Basti ຂອງປະເທດອິນເດຍ ເຊິ່ງພໍ່ເປັນຜູ້ໄດ້ຮັບໜ້າທີ່ເຝົ້າເບິ່ງລູກ ແຕ່ຂະນະທີ່ເກີດເຫດ

ພໍ່ໄດ້ເຮັດວຽກຢູ່ ແລະ ບໍ່ໄດ້ສັງເກດລູກ ຕໍ່ມາຈຶ່ງເກີດເຫດການດັ່ງກ່າວຂຶ້ນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page