ຜູ້ຊາຍກໍ່ບໍ່ເວັ້ນ! ເຫດໂຈນລັດຕີ ປຸ້ນເອົາລົດຈັກ
ເຫດຄົນຖືກຍັນເອົາລົດຈັກ ອີງຕາມໜ່ວຍກູ້ໄພໄດ້ລາຍງານວ່າ: ວັນທີ21 ກຸມພາ 2023 ເວລາ 02:16 ໂມງ ມີເຫດຄົນຖືກຍັນເອົາລົດ ທີ່ໜ້າຫ້ອງການ ບ້ານໜອງທາເໜືອ ນະຄອນຫຼວງວຽງຈັນ.

ພາຍຫຼັງທີ່ໜ່ວຍກູ້ໄພໄປເຖິງຈຸດເກີດເຫດ ຈຶ່ງພົບ ຜູ້ບາດເຈັບ ເປັນເພດຊາຍ ອາຍຸປະມານ27 ປີ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ແຂວງນະຄອນຫລວງວຽງຈັນ ໂດຍອາການເບື້ອງຕົ້ນມີເລືອດດັງໄຫຼບໍ່ຢຸດ ມີບາດຖະລອກຕາມໃບໜ້າ ແລະ ມື.

ຫຼັງຈາກນັ້ນ ໜ່ວຍກູ້ໄພຈື່ງທຳການປະຖົມພະຍາບານຂັ້ນຕົ້ນແລ້ວນໍາສົ່ງຄົນເຈັບໄປສະຖານທີ່ປີ່ນປົວໂຮງໝໍ.ແຫຼ່ງຂ່າວ ໜ່ວຍກູ້ໄພສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງວຽງຈັນ
