ປູຕິນກ່າວຫ້ອງທົດລອງຊີວະພາບຂອງອາເມຣິກາໃນຢູເຄຼນແມ່ນສ້າງເພື່ອທຳລາຍລ້າງໂດຍສະເພາະ

ປູຕິນກ່າວຫ້ອງທົດລອງຊີວະພາບຂອງອາເມຣິກາໃນຢູເຄຼນແມ່ນສ້າງເພື່ອທຳລາຍລ້າງໂດຍສະເພາະ

ປູຕິນ ບອກວ່າ ຫ້ອງທົດລອງທາງຊີວະພາບໃນຢູເຄຣນ ບໍ່ໄດ້ສ້າງຂຶ້ນເພືອສົ່ງເສີມຂີດຄວາມສາມາດທາງສາທາລະນະສຸກຂອງຢູເຄຣນ ແຕ່ໃຊ້ວິໄຈອາວຸດຊີວະພາບເພື່ອທຳລາຍລ້າງໂດຍສະເພາະ. ໃນຊ່ວງທຳອິດຂອງປະຕິບັດການທາງທະຫານໃນຢູເຄຣນ ຣັສເຊຍຄົ້ນພົບ ແລະມີຂໍ້ມູນວ່າຢູເຄຣນ ມີຫ້ອງແລປຊີວະພາບ ກວ່າ 30 ແຫ່ງ ກະຈາຍໃນພູມີພາກຕ່າງໆ..

ວິກໂຕເຣຍ ນູແລນດ໌ ຮອງ ລມຕ ປ້ອງກັນຊາດສະຫະລັດ ຍອມຮັບວ່າຢູເຄຣນ ມີໄບໂອແລປ ຈິງ ແລະກັງວົນວ່າໄບໂອແລປນີ້ຈະຕົກຢູ່ໃນມືຂອງຣັສເຊຍ ໄບໂອແລປ ຄືຫ້ອງທົດລອງທາງຊີວະພາບ ທີ່ສະຫະລັດໃຫ້ທຶນສະໜັບສະໜູນຢູເຄຣນ ພັດທະນາ..

ນູແລນດ໌ ຍັງບອກວ່າ ເຂົາຕ້ອງໃຊ້ງົບກວ່າ 5.000 ລ້ານດອລລາຣ໌ ສຳລັບໂຄ່ນລົ້ມລັດຖະບານຢູເຄຣນທີ່ໂປຣຣັສເຊຍ ໃນສະໄໝໂອບາມາ ກວ່າຈະໄດ້ດຳເນີນໂຄງການນີ້..
ພົນໂທ ອີກໍ ຄີວຣອຟ ຫົວໜ້າໜ່ວຍປ້ອງກັນກຳມັນຕະລັງສີ ເຄມີ ແລະຊີວະພາບຣັສເຊຍ ລາຍງານເມື່ອເດືອນມີນາ ວ່າໂຄງການວິໄຈທົດລອງທາງຊີວະພາບຂອງສະຫະລັດນີ້ ມີຊື່ວ່າ “ໂປຣເຈັກ 3007” ລົງທຶນ 350 ລ້ານດອລລາຣ໌ ເຮັດໜ້າທີ່ໜ້າທີ່ 3 ວຽກຕົ້ນຕໍ ຄື:

ຕິດຕາມສະຖານະການດ້ານຊີວະພາບໃນພື້ນທີ່.. ເກັບລວບລວມເຊື້ອໂລກສົ່ງໄປຍັງສະຫະລັດ.. ແລະກວດສອບເຊື້ອໂລກທີ່ອັນຕະລາຍໃນແຫຼ່ງນ້ຳຕ່າງໆເພື່ອນຳມາຂະຫຍາຍພັນສ້າງເປັນອາວຸດຊີວະພາບແຜ່ເຊື້ອສູ່ຄົນ..

ອີກໍ ຍັງບອກວ່າ ຫ້ອງທົດລອງທາງຊີວະພາບນີ້ໄດ້ສ້າງຄວາມເສຍຫາຍທາງເສດຖະກິດໃນພື້ນທີ່ຕ່າງໆ ຢ່າງມີໄນຍະ ເຊັ່ນ ເຊື້ອໄວຣັສໄຂ້ໝູອັຟຣິກາ ທີ່ມີຈຸດກຳເນີດຈາກຫ້ອງທົດລອງທາງຊີວະພາບໃນຈໍຣ໌ເຈຍ ທີ່ດຳເນີນໂດຍສະຫະລັດ ໄດ້ສ້າງຄວາມເສຍຫາຍທາງເສດຖະກິດຫຼາຍປະເທດ ລວມທັງຢູເຄຣນ ແລະໂປແລນດ໌..

ອົງການອະນາໄມໂລກ ໄດ້ອອກມາແນະນຳເມື່ອເດືອນກ່ອນ ໃຫ້ຢູເຄຣນ ທຳລາຍຫ້ອງທົດລອງຊີວະພາບ ເພື່ອປ້ອງກັນບໍ່ໃຫ້ເຊື້ອໂລກຮົ່ວໄຫຼອອກຂ້າງນອກ ຫາກຖືກຣັສເຊຍໂຈມຕີ
ເອກະສານທີ່ຣັສເຊຍຢຶດໄດ້ ຢືນຢັນວ່າກະຊວງສາທາລະນະສຸກຂອງຢູເຄຣນ ສັ່ງທຳລາຍສານເຄມີ ທີ່ໃຊ້ເປັນຕົວທຳປະຕິກິລິຍາທາງຊີວະພາບ

ໃນຫ້ອງປະຕິບັດການ ແລະວັດຖຸທີ່ຈຳເປັນທັງໝົດທີ່ໃຊ້ໃນໂຄງການຊີວະວິທະຍາທາງທະຫານ ໄດ້ຖືກເຄື່ອນຍ້າຍອອກນອກປະເທດ ມີການທຳລາຍຕູ້ຄອນເທນເນີຣ໌ 320 ຕູ້ ເຊິ່ງຮັບໃຊ້ວຽກງານທາງຊີວະພາບໃນເມືອງລຽບ ລວມມີເຊື້ອກາລະໂລກ ເຊື້ອແອນແທັກ ເຊື້ອແບດທີເລຍ ໃນເມືອງຄາຄິຟ ແລະເມືອງໂຄຕາວາ

ທັງໝົດນັ້ນ ເປັນທີ່ຊັດເຈນວ່າສະຫະລັດ ແລະຢູເຄຣນ(ເຊິ່ງຕອນຫຼັງມີລາຍງານວ່າມີອັງກິດ ເຢຣມັນຮ່ວມຢູ່ນຳ) ພາກັນລະເມີດອະນຸສັນຍາວ່າດ້ວຍອາວຸດຊີວະພາບ ດ້ວຍການໃຊ້ວິທີຊີວະວິທະຍາສັງເຄາະ ເພື່ອຍົກລະດັບຈຸລິນຊີ ກໍ່ພະຍາດໃນຄົນແລະສັດ ເພື່ອຈຸດປະສົງບັນທອນກຳລັງຄົນກຳລັງຊັບໃນວົງກວ້າງ ຂອງພູມີພາກທີ່ຢູ່ໃນເປົ້າໝາຍ ເຊິ່ງເປັນວິທີການທີ່ອຳມະຫິດ ເໜືອມະນຸດມະນາ..

ທີ່ມາ: ສາຍຂ່າວ

Leave a Reply

Your email address will not be published. Required fields are marked *

You cannot copy content of this page