ພົບແລ້ວ! ເຫດສາວງາມໂດດຂົວເສຍຊີວິດ.
ໃນເວລາປະມານ 10 ໂມງເຊົ້າ ຂອງວັນທີ 23 ກຸມພາ 2023 ທາງໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດ ໄດ້ພົບສົບຄົນໂດດຂົວແລ້ວ

ຈາກເຫດຄົນໂດດຂົວໃນວັນຈັນ ວັນທີ 19/02/2023 ເວລາ 19:45 ນາທີ ຢູ່ຂົວບ້ານໄຮ່, ເມືອງປາກງືມ, ນະຄອນຫຼວງວຽງຈັນ ເຊິ່ງຜູ້ເສຍຊີວິດຊື່ ນາງ ໃຈ ອາຍຸ 18 ປີ ບ້ານເລົາຄ່າ ເມືອງທ່າພະບາດ ແຂວງບໍລິຄຳໄຊ.

ປັດຈຸບັນ ທາງໜ່ວຍກູ້ໄພກຳລັງຊ່ວຍນຳຮ່າງຂອງຜູ້ເສຍຊີວິດຂຶ້ນ.

Cr.ຫນ່ວຍກູ້ໄພ ອາສາເພື່ອປະຊາຊົນ/Rescue Volunteer for People