ຄິດວ່າແຫຼ່ງທ່ອງທ່ຽວ! ເຈົ້າໜ້າທີ່ລົງທຳລາຍສວນຝິ່ນທີ່ລົກອບປູກ

ຄິດວ່າແຫຼ່ງທ່ອງທ່ຽວ! ເຈົ້າໜ້າທີ່ລົງທຳລາຍສວນຝິ່ນທີ່ລົກອບປູກ

ປກສ ເມືອງບຸນເໜືອ ແຂວງຜົ້ງສາລີ ລົງທຳລາຍສວນຝິ່ນທີ່ລັກລອບປູກ 10 ຕອນ ມີເນື້ອທີ 1,55 ເຮັກຕາ. ວັນທີ 20 ກຸມພາ 2023 ນີ້, ເຈົ້າໜ້າທີ່ ປກສ ເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ສົມທົບກັບ ກອງບັນຊາການ ທະຫານ ເມືອງບຸນເໜືອ ລົງທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກໃນພື້ນທີ່ບ້ານ ນໍ້າກາງ ເມືອງບຸນເໜືອ,

ເຊິ່ງນໍາໂດຍ ທ່ານ ພັທ ປອ ຖາວອນ ຈິດຕະນົນ ຮັກສາການແທນຫົວໜ້າກອງບັນຊາການ ປກສ ເມືອງ ບຸນເໜືອ, ມີ ພັທ ບຸນຈັນ ທະໄລຄໍາ ຫົວໜ້າກອງບັນຊາການ ທະຫານ ເມືອງບຸນເໜືອ ພ້ອມດ້ວຍກໍາລັງ ປກຊ-ປກສ ຫລາຍກວ່າ 30 ຄົນ.

ຜ່ານການລົງຕິດຕາມກວດກາຂອງເຈົ້າໜ້າທີ່ ປກສ ເມືອງບຸນເໜືອ ໃນພຶ້ນທີ່ບ້ານນໍ້າກາງ ສາມາດພົບເຫັນປະຊາຊົນຈຳນວນໜຶ່ງຍັງມີການລັກລອບປູກຝິ່ນ ຈຳນວນ 10 ຕອນ ມີເນື້ອທີ 1,55 ເຮັກຕາ. ດັ່ງນັ້ນ, ຈຶ່ງໄດ້ພ້ອມກັນລົງທຳລາຍຖິ້ມ ດ້ວຍວິທີການໃຊ້ໄມ້ຟາດ, ເອົາພ້າຖ່າງຕົ້ນ, ດອກ, ໝາກ ແລະ ຫລົກຕົ້ນອ່ອນຖິ້ມ ເພື່ອບໍ່ໃຫ້ເຈົ້າຂອງສາມາດເກັບກູ້ຜົນຜະລິດ ແລະ ແກນຝິ່ນໄປເປັນແນວພັນ.

ໄປພ້ອມໆກັນຍັງໄດ້ສຶກສາອົບຮົມອໍານາດການປົກຄອງບ້ານ ແລະ ໂຄສະນາເຜີຍແຜ່ຜົນຮ້າຍ, ໄພອັນຕະລາຍຂອງຢາເສບຕິດເປັນຕົ້ນແມ່ນຢາຝິ່ນ ເຊິ່ງເປັນສານກະຕຸ້ນທີ່ອອກລິດຮຸນແຮງຕໍ່ລະບົບປະສາດ, ເປັນສານຕັ້ງຕົ້ນໃນການຜະລິດຢາເສບຕິດປະເພດຕ່າງໆ ທີ່ຜິດກົດໝາຍ ແລະ ເກືອດຫ້າມ.

ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມຈົ່ງມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນສັງຄົມໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page