ຄັກແທ້! ໝຸ່ມໄດ້ເງິນຈາກການຟ້ອງບໍລິສັດເຫດຍ້ອນວຽກທີ່ເຮັດໜ້າເບື່ອເກີນໄປ
ຊາຍຝຣັ່ງຄົນນີ້ມີຊື່ວ່າ Parisian Frederic Desnard ເປັນຜູ້ຈັດການຢູ່ທີ່ບໍລິສັດນ້ຳຫອມ Interparfum ຈົນມາຮອດປີ 2015 ໂດຍ Desnard ໄດ້ຕັດສິນໃຈຢື່ນຟ້ອງບໍລິສັດນ້ຳຫອມທີ່ລາວເຮັດ ດ້ວຍເຫດຜົນທີ່ວ່າ ວຽກທີ່ລາວເຮັດໜ້າເບື່ອເກີນໄປ ຈົນເຮັດໃຫ້ລາວຕ້ອງລາອອກຈາກວຽກ ໂດຍຮຽກຮ້ອງເງິນຊົດເຊີຍສູງສຸດເຖິງ 550,000 ຢູໂຣ.

Desnard ອ້າງວ່າ ທາງບໍລິສັດສູນເສຍລູກຄ້າຄົນສຳຄັນໄປ ນັ້ນຈຶ່ງເປັນເຫດຜົນທີ່ລາວຖືກຍ້າຍໄປທີ່ສາຂາຍ່ອຍໃນປາຣີສ ເປັນເວລາ 4 ປີ…ໂດຍທີ່ນັ້ນລາວໄດ້ຮັບມອບໝາຍວຽກງານທີ່ໜ້າເບື່ອສຸດໆ ເຊິ່ງເຮັດໃຫ້ລາວຮູ້ສຶກຫົດຫູ່, ສູນເສຍຄວາມໝັ້ນໃຈ ແລະ ລະອາຍໃຈ.
ສິ່ງເຫຼົ່ານີ້ເຮັດໃຫ້ Desnard ມີບັນຫາດ້ານສຸຂະພາບຈິດ ແລະ ທ່ານໝໍກໍໄດ້ລົງຄວາມເຫັນວ່າມັນເກີດຈາກຄວາມເບື່ອໜ່າຍຢ່າງຮຸນແຮງ. ສຸດທ້າຍ Desnard ຕ້ອງຂໍລາປ່ວຍເປັນເວລາ 6 ເດືອນເພື່ອປິ່ນປົວຕົວເອງ.
ທີ່ສານແຮງງານໃນປາຣີສ ເຈົ້າໜ້າທີ່ຂອງສານໃຊ້ຄຳວ່າ “ເບື່ອໜ່າຍ” ເອີ້ນອາການຂອງ Desnard ໂດຍປຽບທຽບກັບຄຳເອີ້ນຂອງອາການກົງຂ້າມທີ່ເອີ້ນວ່າ “ໝົດໄຟ” ເຊິ່ງເປັນອາການທາງປະສາດທີ່ເກີດຈາກການໄດ້ຮັບມອບໝາຍວຽກງານຫຼາຍເກີນໄປ.
Desnard ກ່າວເສີມ “ຂ້ອຍຮູ້ສຶກຄືກັບຕົກນາຮົກແບບຊ້າໆ” ແລະ ໄດ້ໂທດວ່ານາຍຈ້າງເຮັດໃຫ້ລາວຕ້ອງອອກຈາກບໍລິສັດ Interfum.
ລັກສະນະວຽກທີ່ Desnard ໄດ້ຮັບມອບໝາຍຫຼັງຈາກຖືກຍ້າຍໄປສາຂາຍ່ອຍນັ້ນຄືການເຮັດວຽກໃຫ້ CEO Interparfum ໂດຍລາວໄດ້ເຮັດວຽກພຽງມື້ລະ 20-40 ນາທີເທົ່ານັ້ນ ແລະ ກໍບໍ່ມີໃຜສົນໃຈວ່າ Desnard ຈະເຂົ້າວຽກກົງເວລາຫຼືບໍ່.
“ຂ້ອຍບໍ່ມີແຮງເຮັດຫຍັງອີກແລ້ວ ຂ້ອຍຮູ້ສຶກຜິດທີ່ໄດ້ຮັບເງິນເດືອນແບບບໍ່ໄດ້ເຮັດປະໂຫຍດ ຂ້ອຍມີຄວາມຮູ້ສຶກວ່າຂ້ອຍບໍ່ມີຕົວຕົນໃນບໍລິສັດ” Desnard ກ່າວ.
ທະນາຍຄວາມຂອງ Desnard ຊີ້ໃຫ້ເຫັນວ່າ ບັນຫາສຸຂະພາບຈິດຂອງ Desnard ແມ່ນກ່ຽວຂ້ອງກັບລັກສະນະວຽກຂອງລາວໂດຍກົງ ແລະ ບໍລິສັດຕ້ອງຮັບຜິດສອບໃນເລື່ອງນີ້.
ທີ່ມາ: Lao X