ໃບປະກາດແດງທີ່ກຳລັງເປັນກະແສ! ໜຸ່ມໂພສປະສົບການໄດ້ໃບປະກາດແດງ2ໃບ
” ໃບປະກາດແດງ ” ຈົບແລ້ວເຕະຝູ່ນ? ເຫັນວ່າເປັນກະແສຢູ່
ອົດບໍ່ໄດ້ມີຫຼາຍຢ່າງຢາກເວົ້າ ແຕ່ຂໍແລກປ່ຽນນໍາສັ້ນໆສາເດີ້..
ໃນນາມທີ່ຂ້ອຍເອງເປັນຜູ້ໜຶ່ງທີ່ເກີດໃນຄອບຄົວທີ່ທຸກຍາກ ແຕ່ກໍສູ້ຊົນຮຽນຈົນໄດ້ໃບປະກາດແດງນໍາເພີ່ນ 2 ໃບ (ມ7. ແລະ ມຊ)

ກ່ອນອື່ນຕ້ອງຂໍຊົມເຊີຍນ້ອງໆຜູ້ທີ່ຕັ້ງໃຈຮຽນຈົນໄດ້ “ໃບປະກາດແດງ” ແມ່ນຢູ່ວ່າກ່ອນຊິໄດ້ມາມັນບໍ່ງ່າຍ ແຕ່ຈົ່ງຢ່າຄາດຫວັງຫຼືຢືດຕິດກັບມັນຫຼາຍເກີນໄປ ເພາະໃບປະກາດບໍ່ສາມາດຕັດສິນວຽກງານໃນອະນາຄົດໄດ້ສະເໝີໄປ ເຖິງຈະເປັນສີແດງ, ສີດໍາ, ສີຟ້າ…ເຮົາກໍຕ້ອງດິ້ນຮົນຄືກັນ.

ໄດ້ໃບປະກາດແດງແລ້ວ(ຢ່າ)ເຕະຝູ່ນ” ໃບປະກາດແດງ ” ຄືຕົວຊີ້ວັດຜົນງານທີ່ເຮົາໄດ້ຈາກຕໍາລາ (ສະຖາບັນການສຶກສາ) ເປັນໃບເບີກທາງໃນການຫາວຽກ ແຕ່ກໍບໍ່ໝາຍຄວາມວ່າເຮົາຈະໄດ້ວຽກງານສົມດັ່ງໃຈສະເໝີໄປ… ເພາະໃນຊີວິດຈິງມັນມີຫຼາຍຢ່າງກວ່ານັ້ນ. ຢ່າຢືດຕິດ ຢ່າຄາດຫວັງຫຼາຍ ຢ່າຈໍາກັດຫຼືເລືອກວຽກເກີນໄປ ຖ້າເຮົາເກັ່ງແທ້ຈົ່ງພະຍາຍາມສ້າງຜົນງານໃຫ້ສະໝໍ່າສະເໝີ ຮອດມື້ໜຶ່ງຈະມີທາງເລືອກເຂົ້າມາໃຫ້ເລືອກເອງ…

ຍິ່ງທຸກຍິ່ງຈໍາເປັນຕ້ອງຮຽນ ຢ່າຄິດວ່າບໍ່ມີເສັ້ນສາຍແລ້ວບໍ່ຕ້ອງຮຽນ ການຮຽນບໍ່ໄດ້ເຮັດໃຫ້ຄົນໂງ່ ຖ້າເຈົ້າຮຽນໄດ້ຮຽນເກັ່ງ (ໃນ ແລະ ນອກຕໍາລາ) ເຈົ້າຈະຮູ້ພັດທະນາຊີວິດຕົນເອງແນ່ນອນ ເພາະເຖິງເຈົ້າຈະເຮັດຫຍັງ, ຢູ່ໃສ, ວຽກຖືກສາຍຮຽນ ຫຼື ບໍ່ຖືກສາຍຮຽນ ທຸກຢ່າງລ້ວນແຕ່ໃຊ້ຄວາມຮູ້. ຄັນມີຄວາມຮູ້ຢູ່ໃນຕົວເຮັດວຽກຫຍັງກໍຈະງ່າຍຂຶ້ນ…

ພັກລັດຫຼືອົງກອນບໍ່ໃຫ້ຄຸນຄ່າໃບປະກາດແດງຫຼືບໍ່?
ສໍາລັບຂ້ອຍຄິດວ່າທຸກບ່ອນເຫັນຄຸນຄ່າຂອງຄວາມຮູ້ສະເໝີ ພຽງແຕ່ຕ້ອງເບິ່ງປັດໃຈອື່ນນໍາເຊັ່ນ ຄວາມຕ້ອງການສະເພາະສາຍງານ, ວຸດທິພາວະ…ອື່ນໆ ຖ້າຢາກໄດ້ເງິນເດືອນສູງແດ່ກໍຕ້ອງໄສປະສົບການວຽກດ້ານນັ້ນໆ ຕ້ອງຄ່ອຍໄຕ່ເຕົ້າແຕ່ນ້ອຍຫາໃຫຍ່

ສ່ວນເລື່ອງເສັ້ນສາຍກໍອາດຈະມີຢູ່ບາງບ່ອນແຕ່ບໍ່ແມ່ນທັງໝົດ ຄິດວ່າໃດ ມີຄວາມຮູ້ແລ້ວມີທາງເລືອກ
ຄືໄດ້ໃບປະກາດແດງແລ້ວ ກໍຕ້ອງຖາມຕົນເອງອີກວ່າຢາກເຮັດວຽກຫຍັງ? ນໍາລັດ, ເອກະຊົນ, iNGOs, ເຮັດທຸລະກິດສ່ວນຕົວ… ເຊິ່ງບາງຄັ້ງເຮົາອາດຈະຕ້ອງເຮັດບາງສິ່ງບາງຢ່າງເພື່ອລໍຖ້າອາຊີີບໃນຝັນກໍມີ ຕົວຢ່າງຂ້ອຍເອງ ຢາກເຮັດວຽກນໍາ iNGOs ຫຼື ເອກະຊົນໄລຍະໜຶ່ງ ເມື່ອຕັ້ງຕົວໄດ້ຈະເຮັດທຸລະກິດສ່ວນຕົວ ເຊິ່ງກໍໄດ້ເຮັດຕາມນັ້ນ.
ມີບໍລິສັດເອກະຊົນຕິດຕໍ່ຫາ ແລະ ຂ້ອຍກໍເລີ່ມວຽກຫຼັງຈາກມື້ປ້ອງກັນບົດ 1 ມື້ເທົ່ານັ້ນ, ຕໍ່ມາກໍສະໝັກວຽກນໍາອົງການສາກົນຜ່ານ ແຕ່ປ່ຽນໃຈບໍ່ເຮັດເພາະເລືອກມາເຮັດທຸລະກິດສ່ວນຕົວ. ມາຮອດຊູ່ມື້ນີ້ຂ້ອຍບໍ່ຄິດຊິຫາວຽກອີກ ແຕ່ກັບຄິດວ່າ ຊິເຮັດຫຍັງເພື່ອສ້າງວຽກໃຫ້ຄົນອື່ນໄດ້ເປັນ 10 ເປັນ 100 ຕໍ່ໄປ…
ສຸດທ້າຍ ໃບປະກາດຈະເປັນສີຫຍັງກໍຢ່າ ຈົ່ງຢ່າໄປຄິດຫຍັງຫຼາຍ ຂໍພຽງແຕ່ເຮົາມີຄວາມຮູ້ໃນຕົວຢູ່ໃສເຮົາກໍເອົາຕົວລອດໄດ້ ຍິ່ງທຸກຍິ່ງຕ້ອງຮຽນ ຈື່ຄໍານີ້ໄວ້.
ທ້າຍສຸດ ໂພສນີ້ເປັນການແລກປ່ຽນທັດສະນະສ່ວນຕົວ ຖ້າຜິດພາດບ່ອນໃດຂໍໂທດນໍາເດີ້